EUຮ່ວມມືກັບຕວກກີເພື່ອແນໃສ່ສະກັດກັ້ນກະແສຟອງຄົນອົບພະຍົບ

EUຮ່ວມມືກັບຕວກກີເພື່ອແນໃສ່ສະກັດກັ້ນກະແສຟອງຄົນອົບພະຍົບ - ảnh 1
(ພາບປະກອບ: Reuters)

(vovworld) – ​ກອງ​ປະຊຸມ​ສຸດ​ຍອດ​ບັນດາ​ການ​ນຳ​ສະຫະພາບ​ເອີ​ລົບ (EU) ຖືກ​ໄຂ​ຂຶ້ນ​​ໃນ​ວັນ​ທີ 15/10, ຢູ່​ນະຄອນຫຼວງ Brussels,  ປະ​ເທດ​​ແບ​ນຊິກ. ຫົວ​ຂໍ້​ຕົ້ນ​ຕໍ​ຂອງ​ກອງ​ປະຊຸມ​ຍັງ​ແມ່ນ​ບັນຫາ​ອົບ​ພະຍົບ ດ້ວຍ​ຈຸດ​ສຸມ​​ແມ່ນ​ເລື່ອງ​ເພີ່​ມທະວີ​ການ​ຮ່ວມ​ມື​ກັບ​ຕວກກີ ​ເພື່ອ​ແນ​ໃສ່​ສະກັດ​ກັ້ນກະ​ແສ​ຟອງ​​ອົບ​ພະຍົບ ​ເຂົ້າ​ເອີ​ລົບ​. EU ພ້ອມ​ແລ້ວ ທີ່​ຈະ​ປະນີປະນອມກັບ​ຕວກກີ ​ເພື່ອ​​ແລ​ກ​ເອົາ​ຄຳ​ໝັ້ນ​ສັນຍາ​ຂອງ​ປະ​ເທດ​ນີ້​ໃນ​ການ​ສະກັດ​ກັ້ນ​ການ​ອົບ​ພະຍົບ​ເຂົ້າ​ເອີ​ລົບ​ຢ່າງ​ເຂັ້ມ​ງວດ. ກ່າ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ​ປະທານ​ລັດຖະສະພາ​ເອີ​ລົບ (EP) Martin Schulz ​ເນັ້ນ​ໜັກ​ວ່າ, ບັນດາ​ປະ​ເທດ EU ຕ້ອງ​ຮັກສາ​ຄຳໝັ້ນ​ສັນຍາ​ຂອງ​ຕົນ​ໃນ​ເລື່ອງ​ແກ້​ໄຂ​ວິ​ກິ​ດການ​ອົບ​ພະຍົບ ​ດ້ວຍ​ວິທີ​ປະກອບ​ຊັບພະຍາກອນ​ມະນຸດ ​ແລະ ​ການເງິນ​ໃຫ້​ບັນດາ​ອົງການ​ຄຸ້ມ​ຄ​ອງຊາວ​ອົບ​ພະຍົບ. ທ່ານ Martin Schulz ຢືນຢັນ​ວ່າ, EP ພ້ອມ​​ແລ້ວ​ທີ່​ຈະ​ເຮັດ​ທຸກ​ສິ່ງທຸກ​ຢ່າງ​ທີ່​ຈຳ​ເປັນ​ເພື່ອ​ໃຫ້ EU ມີ​ນະ​ໂຍບາຍ​ອົບ​ພະ​ຍົບ ​ຢ່າງ​ເໝາະສົ​ມ​ໃນ​ສະຕະວັດ​ທີ 21.

ຂ່າວ/ບົດ​ອື່ນ