Festival ທະເລຍາຈາງ 2015ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ແຂກທ່ອງທ່ຽວ
ເວທີສະແດງສິລະປະໃນພິທີອັດ Festival
(ພາບ: Văn Thành Châu)
|
(vovworld) – ດ້ວຍຫົວຂໍ້ “ສັນຕິພາບ ແລະ ຫົວຄິດປະດິດສ້າງ”, Festival ທະເລຍາຈາງ - ແຂວງ ແຄ໋ງຮ່ວາ ຖືກອັດລົງເມື່ອຕອນຄ່ຳວັນທີ 14/7, ດ້ວຍລາຍການຮ້ອງລຳທຳເພງ, ສະແດງສິລະປະທີ່ເປັນເອກະລັກສະເພາະ, ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເກືອບ 150.000 ຄົນເຂົ້າຮ່ວມ. ກ່າວຄຳເຫັນທີ່ພິທີອັດ, ທ່ານ ເຈີ່ນເຊີນຫາຍ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ແຄ໋ງຮ່ວາ, ຫົວໜ້າຄະນະຈັດຕັ້ງ Festival, ເນັ້ນໜັກວ່າ: Festival ທະເລຍາຈາງ - ແຄ໋ງຮ່ວາ ປີ 2015 ໄດ້ນຳມາເຊິ່ງໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວບັນດາຊຸມວັນທີ່ມ່ວນຊື່ນ, ສ້າງຄວາມປະທັບໃຈກ່ຽວກັບນະຄອນ ຍາຈາງ - ແຄ໋ງຮ່ວາ ທີ່ອະລິຍາທຳ, ສະໜິດສະໜົມ ແລະ ຮັກແພງແຂກຄົນ. ມີກ່ວາການເຄື່ອນໄຫວງານບຸນ, ວັດທະນະທຳ, ກິລາ - ກາຍຍະກຳ, ເສດຖະກິດ ແລະ ກອງປະຊຸມສຳມະນາວິທະຍາສາດໄດ້ທີ່ດຳເນີນໃນຕະຫຼອດໜຶ່ງອາທິດຜ່ານມາ ອັນໄດ້ເຮັດໃຫ້ນະຄອນ ຍາຈາງ ເພີ່ມຄວາມຟົດຟື້ນ ແລະ ເຕັ້ມໄປດ້ວຍສີສັນຫຼາກຫຼາຍ.