G7 ເຫັນດີເປັນເອກະພາບແຜນການຫັນລະບົບສະໜອງທົ່ວໂລກເປັນຫຼາຍຮູບຫຼາຍແບບ
(VOVWORLD) - ໃນຮ່າງຖະແຫຼງການສະບັບສຸດທ້າຍຂອງກອງປະຊຸມ ມີຕອນຂຽນວ່າ: ການຫັນລະບົບສະໜອງທົ່ວໂລກເປັນຫຼາຍຮູບຫຼາຍແບບ ສາມາດປະກອບສ່ວນປ້ອງກັນຄວາມໝັ້ນຄົງດ້ານພະລັງງານ ແລະ ຊ່ວຍໃຫ້ພວກເຮົາຮັກສາເສດຖະກິດມະຫາພາກເປັນປົກກະຕິ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍຮູບເປັນທີ່ລະນຶກ (ພາບ: Kyodo/TTXVN) |
ບັນດາລັດຖະມົນຕີກະຊວງການເງິນຂອງກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໄດ້ເຫັນດີເປັນເອກະພາບເລີ່ມປະຕິບັດແຜນການຫັນລະບົບສະໜອງທົ່ວໂລກເປັນຫຼາຍຮູບຫຼາຍແບບ ໃນທ້າຍປີນີ້ ເພື່ອແນໃສ່ປະກອບສ່ວນປ້ອງກັນຄວາມໝັ້ນຄົງດ້ານພະລັງງານ. ກອງປະຊຸມລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານສູນກາງ G7 ຖືກໄຂຂຶ້ນໃນວັນທີ 11 ພຶດສະພາ ຢູ່ນະຄອນ Niigata, ຍີ່ປຸ່ນ. ລັດຖະມົນຕີບັນດາປະເທດ ໄດ້ອອກຖະແຫຼງການຮ່ວມ ພາຍຫຼັງພິທີອັດກອງປະຊຸມ ໃນວັນທີ 13 ພຶດສະພາ.
ຕາມແຜນການແລ້ວ, ບັນດາພື້ນຖານເສດຖະກິດ G7 ຈະສະໜອງບ້ວງເງິນຊ່ວຍເຫຼືອໃຫ້ບັນດາປະເທດທີ່ມີລາຍຮັບຕ່ຳ ແລະ ປານກາງ ເພື່ອໃຫ້ບັນດາປະເທດເຫຼົ່ານັ້ນສາມາດມີບົດບາດທີ່ໃຫຍ່ຫຼວງກວ່າໃນລະບົບສະໜອງຜະລິດຕະພັນທີ່ກ່ຽວຂ້ອງເຖິງພະລັງງານ. ໃນຮ່າງຖະແຫຼງການສະບັບສຸດທ້າຍຂອງກອງປະຊຸມ ມີຕອນຂຽນວ່າ: ການຫັນລະບົບສະໜອງທົ່ວໂລກເປັນຫຼາຍຮູບຫຼາຍແບບ ສາມາດປະກອບສ່ວນປ້ອງກັນຄວາມໝັ້ນຄົງດ້ານພະລັງງານ ແລະ ຊ່ວຍໃຫ້ພວກເຮົາຮັກສາເສດຖະກິດມະຫາພາກເປັນປົກກະຕິ. G7 ຈະເຮັດວຽກກັບບັນດາປະເທດທີ່ມີຄວາມສົນໃຈ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ດ້ວຍເປົ້າໝາຍ ເລີ່ມປະຕິບັດແຜນການນີ້ ຊ້າສຸດແມ່ນໃນທ້າຍປີນີ້.