GCC ຊຸກຍູ້ຈຸດໝາຍ ສ້າງຕັ້ງພັນທະມິດເຂດອ່າວ ແລະ ລະບົບປ້ອງກັນລວມ

GCC ຊຸກຍູ້ຈຸດໝາຍ ສ້າງຕັ້ງພັນທະມິດເຂດອ່າວ ແລະ ລະບົບປ້ອງກັນລວມ - ảnh 1
ກອງປະຊຸມຖືກຈັດຂຶ້ນຢູ່ Manama (ປະ​ເທດ Bahrain)
(ພາບ: AFP/ສຳນັກຂ່າວສານຫວຽດນາມ)

(vovworld) – ວັນ​ທີ 25/12, ສະພາ​ຮ່ວມ​ມື​ເຂດ​ອ່າວ (ຫຼື GCC) ​ໄດ້​ເຫັນ​ດີ​ຈະຊຸກຍູ້ການ​ສ້າງ​ຕັ້ງ​ພັນທະ​ມິດ​ເຂດ​ອ່າວ ​ແລະ ຜັນ​ຂະຫຍາຍ​ລະບົບ​ປ້ອງ​ກັນ​ລວມ ​ເພື່ອ​ຮັບ​ມື​ກັບ​ການ​ທ້າ​ທາຍຕ່າງໆ​ ​ເຊິ່ງອາດ​ຈະ​ເກີດ​ຂຶ້ນ​ໃນ​ພາກ​ພື້ນ. ຖະ​ແຫຼ​ງການ​ໄດ້​ຖືກຍົກ​ອອກ​ມາ​ພາຍຫຼັງ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 33 ຂອງ GCC, ທີ່​ແກ່ຍາວ​ເປັນ​ເວລາ 2 ວັນ​ຢູ່ Manama (ປະ​ເທດ Bahrain), ​ໄດ້​ສະໜັບ​ສະ​ໜູນ​ເລື່ອງ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ເສດຖະກິດການ, ປ້ອງ​ກັນປະ​ເທດ ​ແລະ ສັງຄົມ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ, ພ​້ອມກັນ​ນັ້ນ​ກໍ​ຢັ້ງຢືນ​ຄວາມ​ຕັດສິນ​ໃຈ​ເຊື່ອມ​ໂຍງ​ໃນ​ທຸກໆ​ຂົງ​ເຂດ​ຕາມວິວັດ​ການ ທີ່​ໄດ້​ວາງ​ອອກ​ໃຫ້ແກ່ແຜນການສ້າງ​ຕັ້ງ​ຕະຫຼາດ​ລວມ. ຖະ​ແຫຼ​ງການ​ໄດ້​​ເລັ່ງ​ລັດ​ບັນດາ​ປະ​ເທດ​ສະມາຊິກ​ມານະ​ພະຍາຍາມ​ລົບ​ລ້າງ​ຮົ້ວ​ກີດຂວາງ​ໃນ​ການ​ສ້າງ​ຕັ້ງ​ພັນທະ​ພາບ​ພາສີ​ຮ່ວມ. ກ່ອນ​ໜ້າ​ນັ້ນ, ​ໃນ​ວັນ​ປະຊຸມ​ສຸດ​ທ້າຍ, ບັນດາການ​ນຳ​ຂອງ GCC ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຫຼາຍ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີ​ການ​ພັດທະນາ​ກຳລັງຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານການ​ທະຫານ, ຍົກ​ສູງ​ກຳລັງ​​ປ້ອງ​ກັນຊາ​ດ, ​ເປີດ​ກ້ວາງ​ການພົບ​ປະ​ແລກ​ປ່ຽນ​ປະຊາຊົນ ​ແລະ ​ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ.

ຂ່າວ/ບົດ​ອື່ນ