GDP ປີ 2017 ເພີ່ມຂຶ້ນ 6,81%, ແມ່ນລະດັບສູງສຸດໃນ 7 ປີມານີ້

(VOVWORLD) -GDP ປີນີ້ ຄາດວ່າເພີ່ມຂຶ້ນ 6,81% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແມ່ນລື່ນກາຍຄາດໝາຍ 6,7% ຊື່ງສະພາແຫ່ງຊາດໄດ້ວາງອອກ ແລະ ແມ່ນລະດັບເຕີບໂຕສູງສຸດໃນ 7 ປີມານີ້. 

 ນີ້ແມ່ນຂໍ້ມູນຂ່າວຊື່ງກົມໃຫຍ່ສະຖິຕິຍົກອອກມາທີ່ການປະຊຸມຂ່າວປະກາດກ່ຽວກັບສະພາບການເສດຖະກິດ ສັງຄົມປີ 2017 ຊື່ງດຳເນີນໃນຕອນບ່າຍວັນທີ 27 ທັນວາ ຢູ່ ຮ່າໂນ້ຍ.

ໃນລະດັບເພີ່ມຂຶ້ນ 6,81% ຂອງທົ່ວພື້ນຖານເສດຖະກິດ, ຂົງເຂດກະສິກຳ, ປ່າໄມ້ ແລະ ສິນໃນນ້ຳມີລະດັບຟື້ນຟູດີພໍສົມຄວນ ດ້ວຍລະດັບເພີ່ມຂຶ້ນ  ແມ່ນ 2,9%, ຂົງເຂດອຸດສາຫະກຳ ແລະ ກໍ່ສ້າງເພີ່ມຂຶ້ນ 8%, ຂົງເຂດບໍລິການເພີ່ມຂຶ້ນ 7,44%. ໃນຂົງເຂດກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ, ຂະແຫນງສິນໃນນ້ຳ ມີລະດັບເພີ່ມຂຶ້ນສູງສຸດແມ່ນ 5,56%. ຄຽງຄູ່ກັນນັ້ນ ການສົ່ງອອກສິນຄ້າເພີ່ມຂຶ້ນ 21%, ການນຳເຂົ້າສິນຄ້າເພີ່ມຂຶ້ນເກືອບ 21% ເມື່ອທຽບໃສ່ປີກາຍ. ດັດຊະນີລາຄາໃຊ້ສອຍປີນີ້ເພີ່ມຂຶ້ນ 3,53% ເມື່ອທຽບໃສ່ລະດັບສະເລ່ຍຂອງປີກາຍ ແລະ ຕ່ຳກວ່າຄາດໝາຍຊື່ງສະພາແຫ່ງຊາດ ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ