(VOVWORLD) -ກົມໃຫຍ່ສະຖິຕິກໍ່ໃຫ້ຮູ້ວ່າຍອດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຈົດທະບຽນເຂົ້າມາ ຫວຽດນາມ ມາຮອດປັດຈຸບັນບັນລຸ 5,45 ຕື້ USD, ວົງເງິນສົ່ງອອກສິນຄ້າບັນລຸເກືອບ 79,2 ຕື້ USD, ດັດຊະນີລາຄາໃຊ້ສອຍ CPI ເພີ່ມ 4,18%...
ທ່ານນາງ ຫງວຽນທິເຮືອງ ຫົວໜ້າກົມໃຫຍ່ສະຖິຕິ ກ່າວຄຳເຫັນທີ່ການຖະແຫຼງຂ່າວ
|
ຕອນເຊົ້າວັນທີ 29 ມີນາ ຢູ່ຮ່າໂນ້ຍ, ໃນການຖະແຫຼງຂ່າວປະກາດຕົວເລກສະຖິຕິເສດຖະກິດ - ສັງຄົມໄຕມາດທີ 1 ປີ 2023, ຜູ້ຕາງໜ້າກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ: ຍອດຜະລິດຕະພັນພາຍໃນປະເທດຄາດວ່າເພີ່ມຂຶ້ນ 3,32% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້.
ກົມໃຫຍ່ສະຖິຕິກໍ່ໃຫ້ຮູ້ວ່າຍອດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຈົດທະບຽນເຂົ້າມາ ຫວຽດນາມ ມາຮອດປັດຈຸບັນບັນລຸ 5,45 ຕື້ USD, ວົງເງິນສົ່ງອອກສິນຄ້າບັນລຸເກືອບ 79,2 ຕື້ USD, ດັດຊະນີລາຄາໃຊ້ສອຍ CPI ເພີ່ມ 4,18%...ເພື່ອບັນລຸໄດ້ເປົ້າໝາຍເຕີບໂຕທັງປີ ແມ່ນ 6,5%. ທ່ານນາງ ຫງວຽນທິເຮືອງ ຫົວໜ້າກົມໃຫຍ່ສະຖິຕິສະເໜີວ່າ:
ທຸກຂະແໜງການ, ທຸກຂັ້ນຕ້ອງສຸມໃສ່ເຂົ້າໜ້າທີ່: ກວດກາເປັນປະຈຳເພື່ອແກ້ໄຂບັນດາຂໍ້ຕິດຂັດຢ່າງທັນການ, ຍູ້ແຮງການຜະລິດດຳເນີນທຸລະກິດ, ໜູນຊ່ວຍເງິນລົງທຶນໃຫ້ແກ່ກຸ່ມວິສາຫະກິດ. ຕ້ອງຜັນຂະຫຍາຍບັນດາໜ້າທີ່, ວິທີການແກ້ໄຂຂຶ້ນກັບໂຄງການຟື້ນຟູເສດຖະກິດສັງຄົມ. ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ. ສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວໃນການປ້ອງກັນຕ້ານພະຍາດຕິດແປດ, ປະຕິບັດບັນດານະໂຍບາຍໜູນຊ່ວຍສັງຄົມຢ່າງມີປະສິດທິຜົນ.