Guinea ປາດຖະໜາເປີດກວ້າງການຮ່ວມມືກັບຫວຽດນາມ

(VOVWORLD) -ຫວ່າງແລ້ວນີ້, ຢູ່ນະຄອນຫຼວງ Malabo, ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນແມ້ງເກື່ອງ ໄດ້ຍື່ນສາຕາຕັ້ງຕໍ່ທ່ານ Obiang Nguema Mbasogo, ປະທານາທິບໍດີສ. Guinea.

Guinea ປາດຖະໜາເປີດກວ້າງການຮ່ວມມືກັບຫວຽດນາມ - ảnh 1 ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນແມ້ງເກື່ອງ

ຍື່ນສາຕາຕັ້ງຕໍ່ທ່ານ Obiang Nguema Mbasogo, ປະທານາທິບໍດີສ. Guinea

(ພາບ: Vietnam+)

ທີ່ການຕ້ອນຮັບພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານປະທານາທິບໍດີ Mbasogo ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານທີ່ໜ້າປະທັບໃຈຂອງຫວຽດນາມ ໃນວິວັດການປັບປຸງ, ພັດທະນາ, ເຊື່ອມໂຍງເຂົ້າກັບພາກພື້ນ, ສາກົນ ແລະ ຮ່ວມມືຢ່າງໄວ້ເນື້ອເຊື່ອໃຈລະຫວ່າງ Guinea ແລະ ຫວຽດນາມ. ທ່ານປະທານາທິບໍດີ Mbasogo ຢືນຢັນວ່າ, Guinea ຍາມໃດກໍ່ເອົາໃຈໃສ່ ແລະ ປາດຖະໜາເປີດກວ້າງການຮ່ວມມືກັບຫວຽດນາມ, ຖືວ່າ, ບົດຮຽນ ແລະ ຜົນສຳເລັດຂອງຫວຽດນາມ ໃນການປ່ຽນໃໝ່ພັດທະນາເສດຖະກິດແມ່ນບົດຮຽນຢ່າງແທດຈິງ ຊ່ວຍໃຫ້ Guinea ໃນວິວັດທະນາການຫັນປ່ຽນໂຄງປະກອບ, ຫັນພື້ນຖານດ້ານເສດຖະກິດເປັນຫຼາຍຮູບຫຼາຍແບບ, ສະກັດກັ້ນການອາໄສຕໍ່ການສົ່ງອອກນ້ຳມັນ.

        ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນແມ້ງເກື່ອງ ໃຫ້ຄຳໝັ້ນສັນຍາວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມທະວີການເຊື່ອມຕໍ່, ຊຸກຍູ້ ແລະ ເປີດກວ້າງການພົວພັນຮ່ວມມືເພື່ອຜົນປະໂຫຍດຂອງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ