Hamas ຖະແຫຼງເຫັນດີ ຄຳສັ່ງຢຸດຍິງ 24 ຊົ່ວໂມງຢູ່ກາຊາ
(ພາບປະກອບ: bbc.co.uk)
(vovworld) – ວັນທີ 27/07, ຂະບວນການມຸດສລິມ ຢູ່ປາແລດສຕິນ ໃຫ້ຮູ້ວ່າ ເຂົາເຈົ້າເຫັນດີກັບຄຳສັ່ງຢຸດຍິງມະນຸດສະທຳທີ່ແກ່ຍາວເປັນເວລາ 24 ຊົ່ວໂມງ, ພາຍຫຼັງທີ ອິດສຣາແອນ ຖະແຫຼງເຊື່ອມຕໍ່ບັນດາການເຄື່ອນໄຫວເປັນປໍລະປັກຢູ່ເຂດກາຊາ ເຊິ່ງຖືກໂຈະໄວ້ເປັນເວລາ 1 ວັນ. ຄຳສັ່ງຢຸດຍິງມະນຸດສະທຳທີ່ແກ່ຍາວເປັນເວລາ 24 ຊົ່ວໂມງ ເລີ່ມແຕ່ເວລາ 14 ໂມງ ວັນທີ 27/07 (ຕາມເວລາທ້ອງຖິ່ນ). ຄຳຖະແຫຼງຖືກຍົກອອກມາໃນຂະນະທີ່ກອງທັບອິດສຣາແອນ ເຊື່ອມຕໍ່ບັ້ນຮົບການທະຫານໃສ່ເຂດກາຊາ. ພາຍຫຼັງ ອິດສຣາແອນ ເລີ່ມດຳເນີນບັ້ນຮົບບຸກໂຈມຕີ 2 – 3 ຊົ່ວໂມງ, ຢ່າງໜ້ອຍສຸດມີສາມັນຊົນປາແລດສຕິນ 9 ຄົນເສຍຊີວິດ, ຍົກຈຳນວນຊາວປາແລດສຕິນ ຖືກເສຍຊີວິດໃນບັ້ນຮົບ “ປົກປ້ອງເຂດຊາຍແດນ” ທີ່ແກ່ຍາວເປັນເວລາ 20 ວັນຂອງອິດສຣາແອນ ຂຶ້ນເຖິງ 1.000 ຄົນ.