IAEA: ອີຣານ ເຄົາລົບຂໍ້ຕົກລົງນິວເຄຼຍກັບກຸ່ມ P5 + 1 ຢູ່

(VOVWORLD) - ອີຣານ ຍັງຄົງເຄົາລົບຂໍ້ຕົກລົງນິວເຄຼຍປີ 2015 ເຊິ່ງໄດ້ຮັບການລົງນາມລະຫວ່າງປະເທດນີ້ ແລະ ກຸ່ມ P5+1 (ລວມມີ: ອາເມລິກາ, ອັງກິດ, ຝະຣັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ) ຢ່າງເຂັ້ມງວດ.
IAEA: ອີຣານ ເຄົາລົບຂໍ້ຕົກລົງນິວເຄຼຍກັບກຸ່ມ P5 + 1 ຢູ່ - ảnh 1 ປະທານາທິບໍດີ ອີຣານ  Hassan Rouhani. ພາບ: AFP/TTXVN

ນີ້ແມ່ນສ່ວນໜຶ່ງຂອງເນື້ອໃນບົດລາຍງານຕາມໄຕມາດຂອງອົງການພະລັງງານປະລະມານູສາກົນ (IAEA) ເຊິ່ງສຳນັກຂ່າວສານ AFP ແລະ Reuters ເປີດເຜີຍໃນວັນທີ 31 ສິງຫາ ໃນສະພາວະເກີດຄວາມວິຕົກກັງວົນຫລາຍຢ່າງ ກ່ຽວກັບຂໍ້ຕົກລົງນີ້ອາດຈະຖືກຍຸບເລີກ ຍ້ອນບັນດາຄວາມເຄັ່ງຕຶງລະຫວ່າງ ເຕເຮຣານ ແລະ ວໍຊິງຕັນ ໃນໄລຍະມໍ່ໆມານີ້. ບົດລາຍງານຂອງ IAEA ຢືນຢັນວ່າໂຄງການນິວເຄຼຍຂອງ ເຕເຮຣານ ໃນນັ້ນ ມີການເຄື່ອນໄຫວເສີມ ຢູລານຽນ ຍັງຄົງເຄົາລົບຂໍ້ຕົກລົງດັ່ງກ່າວຢູ່. ບົດລາຍງານຂອງ IAEA ໃຫ້ຮູ້ວ່າ: ອີຣານ ເຊື່ອມຕໍ່ການເຄື່ອນໄຫວຜະລິດ ຢູລານຽນ ຄືນໃໝ່ ໃນວັນທີ 17 ພຶດສະພາ ພາຍຫລັງປິດປະຕູໂຮງງານຜະລິດເສີມທາດ ຢູລານຽນ ເມື່ອເດືອນ ເມສາ 2017.

 

 

ຕອບກັບ

ຂ່າວ/ບົດ​ອື່ນ