IAEA: ອີຣານ ເຄົາລົບທຸກກຳນົດໃນຂໍ້ຕົກລົງດ້ານນິວເຄຼຍ

(VOVWORLD) -ວັນທີ 23 ພະຈິກ, ອົງການພະລັງງານປະລາມະນູສາກົນ (IAEA) ໄດ້ຢືນຢັນອີກຄັ້ງໜຶ່ງວ່າ ອີຣານ ພວມປະຕິບັດບັນດາຂໍ້ກຳນົດທີ່ລະບຸໄວ້ໃນ ຕາມຂໍ້ຕົກລົງນິວເຄຼຍ ປະຫວັດສາດເຊິ່ງປະເທດນີ້ໄດ້ລົງນາມກັບກຸ່ມ P5+1 ເມື່ອປີ 2015.

IAEA: ອີຣານ ເຄົາລົບທຸກກຳນົດໃນຂໍ້ຕົກລົງດ້ານນິວເຄຼຍ - ảnh 1

 IAEA: ອີຣານ ເຄົາລົບທຸກກຳນົດໃນຂໍ້ຕົກລົງດ້ານນິວເຄຼຍ

(ພາບປະກອບ: Reuters/TTXVN)

 ກ່າວຄຳເຫັນທີ່ການປະຊຸມຂ່າວ, ເນື່ອງໃນໂອກາດກອງປະຊຸມປະຈຳໄຕມາດຂອງຄະນະການນຳ IAEA ຢູ່ວຽນ, ທ່ານຜູ້ອຳນວຍການໃຫຍ່ IAEA, Yukiya Amano ໃຫ້ຮູ້ວ່າ, ທຸກຄຳໝັ້ນສັນຍາກ່ຽວຂ້ອງເຖິງບັນຫານິວເຄຼຍ ເຊິ່ງອີຣານ ໄດ້ເຫັນດີ ລ້ວນແຕ່ພວມໄດ້ຮັບການປະຕິບັດ ແລະ ອົງການນີ້ຂອງສະຫະປະຊາຊາດ ໄດ້ສຳພັດກັບບັນດາຮາກຖານນິວເຄຼຍ ຂອງອີຣານ ທັງໝົດ. ແຈ້ງການດັ່ງກ່າວແມ່ນກົງກັນຂ້າມກັບຫຼັກໝັ້ນຂອງອາເມລິກາ ເມື່ອເດືອນ ຕຸລາ ທີ່ຖືວ່າ, ອີຣານ ບໍ່ປະຕິບັດບັນດາມາດຕາຂອງຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ