IAEA ຮັບຮອງເອົາມະຕິກ່ຽວກັບບັນຫານິວເຄຼຍຂອງອີຣານ

IAEA ຮັບຮອງເອົາມະຕິກ່ຽວກັບບັນຫານິວເຄຼຍຂອງອີຣານ - ảnh 1

ຮາກ​ຖານນິ​ວເຄຼຍຂອງ​ອີຣານ

(ພາບ:vietbao.vn)

(vovworld)- ຜູ້ອຳນວຍການ​ອົງການ​ພະລັງ​ປະລະມານູ​ສາກົນ  IAEA ຫາ​ກໍ່​ຮັບຮອງ​ເອົາ​ມະຕິ​ສະບັບ 1 ​ໂດຍ​ໄດ້​ຕຳ​ນິຕິ​ຕຽນ​ໂຄງການ​ນິວ​ເຄຼຍທີ່​ໄດ້​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ຂອງ​ອີຣານ. ມະ​ຕິ​ຂອງ IAEA ​ໄດ້​ກ່າວ​ປະນາມ​ປະ​ເທດ​ສາທາລະນະ​ລັດ​ອິດສະ​ລາມ​ອີຣານ ບໍ່​ປະຕິບັດ​ບັນດາ​ຄຳ​ຮຽກຮ້ອງ​ຂອງ​ປະຊາ​ຄົມ​ໂລກ ກໍ່​ຄື​ບັນດາ​ມະຕິ​ຂອງ​ສະພາ​ຄວາມໝັ້ນຄົງ ສປຊ ກ່ຽວ​ກັບ​ການ​ຢຸດຕິ​ການ​ເສີມ​ທາດ​ຢູ່ຣານຽມ. IAEA ກໍ່ຊີ້​ແຈ້ງ​ຄວາມ​ມຸ້ງ​ຫວັງ​ຂອງ​ອົງການ​ນີ້ ນັ້ນ​ແມ່ນ​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ສັນຕິພາບ​ໃຫ້​ແກ່​ບັນຫາ​ນີ້. ມະຕິ​ຂອງ IAEA ​ໄດ້​ຍົກ​ອອກ​ມາ​ໃນ​ສະພາບ​ການ​ອິດສະຣາ​ແອນ ປະກາດ​ຈະ​ບຸກ​ໂຈມ​ຕີ​ອີຣານ ຂະນະ​ທີ່​ຖື​ວ່າ​ບັນດາ​ມາດ​ຕະການ​ທາງ​ການ​ທູດ ​ແລະ ການ​ລົງ​ໂທດ​ຕໍ່​ເຕ​ເຮຣານ ສະ​ແດງ​ໃຫ້​ເຫັນ​ວ່າ​ບໍ່​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ