(vovworld) – ຂະບວນການຊາວອົບພະຍົບຈາກພາກຕາເວັນອອກກາງ ເຄື່ອນຍ້າຍເຂົ້າເອີລົບ ຈະຊ່ວຍໃຫ້ເສດຖະກິດຢູ່ທະວີບນີ້ເຕີບໂຕໃນໄລຍະສັ້ນ. ແຕ່ວ່າ, ບັນດາຜົນສະທ້ອນຍາວນານ ຕ້ອງອີ່ງໃສ່ຄວາມມານະພະຍາຍາມຂອງບັນດາປະເທດ ໃນການເຊື່ອມໂຍງເຂົ້າກັບປະຊາຄົມຊາວອົບພະຍົບໃໝ່ນີ້. ນີ້ແມ່ນຂໍ້ສັງເກດຂອງກອງທຶນເງິນຕາສາກົນ (IMF) ທີ່ຍົກອອກມາໃນການຄົ້ນຄວ້າດ້ວຍຫົວຂໍ້ວ່າ “ກະແສຟອງຊາວອົບພະຍົບຢູ່ເອີລົບ: ບັນດາສິ່ງທ້າທາຍດ້ານເສດຖະກິດ” ທີ່ປະກາດໃນວັນທີ 20/01. ຕາມ IMF ແລ້ວ, ເລື່ອງເປິດປະຕູວຽກເຮັດງານທຳໃຫ້ຊາວອົບພະຍົບ ຈະຊ່ວຍໃຫ້ບັນດາປະເທດຫຼຸດຜ່ອນຄວາມໜັກໜ່ວງໃຫ້ ງົບປະມານແຫ່ງຊາດໃນອະນາຄົດ ແລະ ສ້າງຜົນປະໂຫຍດດ້ານເສດຖະກິດ ຈາກປະຊາຄົມຊາວອົບພະຍົບ. ນອກຈາກນັ້ນ, ບັນດາຄວາມມານະພະຍາຍາມນີ້ ກໍຈະຊ່ວຍໃຫ້ຫຼຸດຜ່ອນທ່າທີ່ລັງກຽດຊາວອົບພະຍົບ, ພ້ອມທັງສ້າງເງື່ອນໄຂໃຫ້ປະຊາຄົມນີ້ ປະກອບສ່ວນເຂົ້າກອງທຶນການເງິນຂອງລັດໃນໄລຍະຍາວ.