IMFໃຫ້ຄຳໝັ້ນສັນຍາເພີ່ມບ້ວງສິນເຊື່ອບຸລິມະສິດໃຫ້ບັນດາປະເທດທຸກຍາກ

IMFໃຫ້ຄຳໝັ້ນສັນຍາເພີ່ມບ້ວງສິນເຊື່ອບຸລິມະສິດໃຫ້ບັນດາປະເທດທຸກຍາກ - ảnh 1
(ພາບປະກອບ)

​​(vovworld) - ກອງ​ທຶນ​ເງິນຕາ​ສາກົນ (IMF) ມີ​​ແຜນການ​ເປີດ​ກວ້າງ​ບັນຊີ​ລາຍ​ຊື່​ບັນດາ​ປະ​ເທດ​ໄດ້​ຮັບ​ບ້ວງ​​ສິນ​ເຊື່ອບຸລິ​ມະສິດ, ພ້ອມ​ທັງ​ໜູນ​ຊ່ວຍ​ດ​​້ານການ​ເງິນ​ໃຫ້​ບັນດາ​ປະ​ເທດ​ທຸກ​ຍາກ​ທີ່​ສຸດ ​ແລະ ມີ​ຄວາມ​ສ່ຽງ​ໄພ​ສູງ​ກວ່າ​ໝູ່​ໃນ​​ໂລກ. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ຮອງ​ຜູ້ອຳນວຍການ​ບໍລິຫານ IMF, Zhu Min ຍົກ​ອອກ​ມາ​ໃນ​ວັນ​ທີ 13/07, ທີ່​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ດ້ານການ​ເງິນ​ໃຫ້​ແກ່​ການ​ພັດທະນາ​ຢູ່​ນະຄອນຫຼວງ Addis Ababa ຂອງ Ethiopia. ກ່າ​ວຄຳ​ເຫັນ​ທີ່​ພິທີ​ໄຂກອງ​ປະຊຸມ, ທ່ານ Zhu Min ​ໃຫ້​ຮູ້​ວ່າ, ຕາມ​ບັນດາ​ຂໍ້​ສະ​ເໜີ​ໃໝ່​ກ່ຽວ​ກັບ​ດ້ານ​ການ​ເງິນ, IMF ຈະ​ເປີດ​ກວ້າງ​ເລື່ອງ​ສຳ​ພັດ​ບັນດາ​​ແຫຼ່ງ​ເງິນ​ໃນ​ກອງ​ທຶນ​ສິນ​ເຊື່ອ “ຫຼຸດຜ່ອນ​ຄວາມທຸກ​ຍາ ​ແລະ ​ເຕີບ​ໂຕ​ຢ່າງ​ໝັ້ນຄົງ” ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ເຄືອ​ຂ່າຍຄວາມ​ປອດ​ໄພ​ທົ່ວ​ໂລກ​ທີ່​ສະຫງວນ​ໃຫ​້ບັນດາ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ຕໍ່າ.

ຂ່າວ/ບົດ​ອື່ນ