Interpol ກ່າວເຕືອນມີມືປືນ IS 50 ຄົນທີ່ໄດ້ເຂົ້າມາອີຕາລີແລ້ວ

(VOVWORLD) - ຕາມແຈ້ງການໃນວັນທີ 31 ມັງກອນ, ອົງການຕຳຫຼວດອາຍາສາກົນ (Interpol), ມີ 50 ເປົ້າໝາຍທີ່ຖືກສົງໄສວ່າແມ່ນມືປືນຂອງອົງການກໍ່ການຮ້າຍ IS ໄດ້ໄປເຖິງເກາະ Sicily ຂອງອີຕາລີ ດ້ວຍເຮືອ
Interpol ກ່າວເຕືອນມີມືປືນ IS 50 ຄົນທີ່ໄດ້ເຂົ້າມາອີຕາລີແລ້ວ - ảnh 1 (ພາບປະກອບ: Daily Mail)

ໃນໄລຍະແຕ່ເດືອນ ກໍລະກົດ ຫາເດືອນ ຕຸລາ 2017. Interpol ໄດ້ສົ່ງບັນຊີລາຍຊື່ບັນດາເປົ້າໝາຍດັ່ງກ່າວ, ລວມທັງຊື່, ນາມສະກຸນ ແລະ ວັນ ເດືອນປີເກີດ ໃຫ້ກະຊວງພາຍໃນອີຕາລີ ກໍຄືບັນດາອົງການຕ້ານການກໍ່ການຮ້າຍອື່ນຢູ່ທົ່ວເອີລົບແລ້ວ. ຕາມ Interpol ແລ້ວ, ບັນດາເປົ້າໝາຍດັ່ງກ່າວລ້ວນແຕ່ຖືສັນສາດ Tunisia ແລະ ພວກມັນສາມາດໄປເຖິງອີຕາລີ ຫຼັງຈາກນັ້ນກໍ່ຊອກຫາວິທີເພື່ອແຊກຊຶມເຂົ້າບັນດາປະເທດເອີລົບ ອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ