ISຍອມຮັບໄດ້ບຸກໂຈມຕີກໍ່ການຮ້າຍຢູ່ຝລັ່ງຢ່າງເປັນທາງການ
ISຍອມຮັບໄດ້ບຸກໂຈມຕີກໍ່ການຮ້າຍຢູ່ຝລັ່ງຢ່າງເປັນທາງການ
(ພາບປະກອບ: PA)
(vovworld) – ຕອນຄໍ່າວັນທີ 14/11, ອົງການລັດອິດສລາມ IS ອ້າງຊື່ເອງ ໄດ້ອອກຖະແຫຼງການຢ່າງເປັນທາງການ, ຍອມຮັບການບຸກໂຈມຕີກໍ່ການຮ້າຍທີ່ຮ້າຍແຮງຢູ່ປາຣີ ກ່ອນນັ້ນ 1 ວັນ. ໃນຖະແຫຼງການ, IS ເວົ້າວ່າ ການບຸກໂຈມຕີຢູ່ປາຣີ ແມ່ນເພື່ອໃຫ້ຝລັ່ງ ເຫັນວ່າ ປະເທດນີ້ຍັງແມ່ນເປົ້າໝາຍບຸກໂຈມຕີຂອງ IS ຖ້າຫາກສືບຕໍ່ປະຕິບັດນະໂຍບາຍຄືປະຈຸບັນ ແລະ ການບຸກໂຈມຕີກໍ່ການຮ້າຍ “ແມ່ນການກະທົບຕອບ” ສຳລັບບັນດາກໍລະນີແຕະຕ້ອງກຽດສັກສີຂອງນັກໂຫລາສາດຂອງສາສະໜາອິດສະລາມ ກໍຄືບັນດາການບຸກໂຈມຕີທາງອາກາດແນໃສ່ກຳລັງ IS.