ISຍອມຮັບໄດ້ບຸກໂຈມຕີສຳນັກງານໃຫຍ່ຂອງລັດຖະບານ Yemen
ISຍອມຮັບໄດ້ບຸກໂຈມຕີສຳນັກງານໃຫຍ່ຂອງລັດຖະບານ Yemen
(ພາບ: Reuters)
(vovworld) – ວັນທີ 06/10, ກຸ່ມລັດສິດສລາມ IS ອ້າງຊື່ເອງ ຍອມຮັບວ່າ ໄດ້ດຳເນີນບັນດາການບຸກໂຈມຕີເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບໃນວັນດຽວກັນ ແນໃສ່ໂຮງແຮມ Al Qasr, ເຊິ່ງແມ່ນສະຖານທີ່ມີວົງການເຈົ້າໜ້າທີຂັ້ນສູງ Yemen ນຳໃຊ້ເປັນຖານທີ່ໝັ້ນ ຢູ່ທາງທິດຕາເວັນຕົກຊານນະຄອນ Aden, ກໍຄືແນໃສ່ບັນດາຖານທີ່ໝັ້ນຂອງທະຫານປະສົມໂດຍ ຊາອຸດີ ອາຣາເບຍ ນຳໜ້າ. ໃນຄຳຖະແຫຼງທີ່ໄດ້ລົງແນະນຳທາງສື່ສັງຄົມ Twitter, IS ໄດ້ເວົ້າວ່າ ໄດ້ດຳເນີນບັນດາເຫດວາງລະເບີດສະຫຼະຊີບ ແນໃສ່ບັນດາເປົ້າໝາຍດັ່ງກ່າວ.