(vovworld) – ອົງການປ້ອງກັນຄວາມສະຫງົບສະຫະພັນລັດເຊຍ (FSB) ວັນທີ 12/10 ໃຫ້ຮູ້ວ່າ: ບັນດາເປົ້າໝາຍເຊິ່ງແມ່ນພົນລະເມືອງຂອງລັດເຊຍ ຫາກໍຖືກຈັບຕົວ ດ້ວຍຂໍ້ຫາ ມີກົນອຸບາຍດຳເນີນການກໍ່ການຮ້າຍຢູ່ນະຄອນຫຼວງມົດສະກູ ໄດ້ຜ່ານການຝຶກຊ້ອມຢູ່ບັນດາຄ້າຍຂອງກຸ່ມລັດອິດສລາມ IS ອ້າງຊື່ເອງ ຢູ່ຊີຣີ. ຕາມ FSB ແລ້ວ, ບັນດາເປົ້າໝາຍນີ້ໄດ້ກັບເມືອປະເທດ ແລະ ລໍ້ຖ້າເປັນເວລາດົນນານ ກ່ອນທີ່ທ່ານປະທານາທິບໍດີລັດເຊຍ Vladimir Putin ອອກຄຳສັ່ງບຸກໂຈມຕີທາງອາກາດ ແນໃສ່ບັນດາເປົ້າໝາຍ IS ຢູ່ເຂດດິນແດນຊີຣີ ຕາມຄຳສະເໜີຂອງອຳນາດການປົກຄອງປະເທດຕາເວັນອອກກາງນີ້.