Langkawi ກະກຽມ ພື້ນຖານວັດຖຸເປັນຢ່າງດີທີ່ສຸດໃຫ້ກອງປະຊຸມຂັ້ນສູງອາຊຽນ 2015

Langkawi ກະກຽມ ພື້ນຖານວັດຖຸເປັນຢ່າງດີທີ່ສຸດໃຫ້ກອງປະຊຸມຂັ້ນສູງອາຊຽນ 2015 - ảnh 1
(ພາບປະກອບ)

​(vovworld) –  ວັນ​ທີ 18/04, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ Anigaf Aman, ​ໃຫ້​ຮູ້​ວ່າ, ອຳນາດ​ການ​ປົກຄອງ Langkawi ​ໄດ້​ກະ​ກຽມພື້ນຖານ​ວັດຖຸເປ​ັນຢ່າງ​ດີ​ທີ່​ສຸດ​ໃຫ້​ກອງ​ປະ​ຊຸມຂັ້ນ​ສູງ​ອາ​ຊຽນ ຄັ້ງ​ທີ 26, ຄາ​ດວ່າ ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ໝູ່​ເກ​າະນີ້ ​ໃນ​ວັນ​ທີ 27/04. ກ່າວ​ຄຳ​ເຫັນ​ພາຍຫຼັງ​​ໄປ​ສຳ​ພື້ນຖານ​ວັດຖຸ, ທ່ານ​ລັດຖະມົນຕີ Anigaf Aman ຢືນຢັນ​ວ່າ, ປະ​ເທດ​ເຈົ້າພາບອາດ​ມີ​ຄວາມ​ເອງ​ອ້າງ​ຖະນົງ​ໃຈ​ກ່ຽວ​ກັບ​ຄວາມ​ສາມາດ​ຕອບສະໜອງ​ພື້ນຖານ​ທາງ​ດ້ານ​ວັດຖຸ​ຂັ້ນ​ສູງ​ໃຫ້​ກອງ​ປະຊຸມ, ​ໃນ​ນັ້ນ​ມີ​ບັນດາ​ກອງ​ປະຊຸມ​ໄດ້​ຈັດ​ຕັ້ງ​ຢ່າງ​ແທດ​ຈິງ ​ແລະ ​​ແທດເໝາະກັບ​ຄວາມ​ຮຽກຮ້ອງ​ທີ່​ໄດ້​ວາງ​ອອກ.

        ນອກຈາກ​ນັ້ນ, ວຽກ​ງານ​ຮັບປະກັນ​ຄວາມ​ສະຫງົບ​ກໍ່​ໄດ້​ຮັບ​ການ​ກະ​ກຽມຢ່າງ​ລອບ​ຄອບ​ທີ່​ຖ້ວນ ​ເພື່ອ​ຕ້ອນຮັບ​ປະ​ມູກ​ລັດ​ທີ່​ມາ​ຈາກ 10 ປະ​ເທດ​ອາ​ຊຽນ ​ເຂົ້າ​ຮ່ວມ​ກອງປະຊຸມ. ຄາດ​ເວ່າ, ຈະ​ມີ​ຜູ້​ແທນ 3.000 ຄົນ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ, ​ເຂົ້າ​ຮ່ວມ​ກອງ​ປະຊຸມຢູ່​ Langkawi ​ໃນ​ວັນ​ທີ 27/04.

ຂ່າວ/ບົດ​ອື່ນ