Maltaຢາກເພີ່ມທະວີການຮ່ວມມືມິດຕະພາບກັບຫວຽດນາມໃນຫຼາຍຂົງເຂດ

Maltaຢາກເພີ່ມທະວີການຮ່ວມມືມິດຕະພາບກັບຫວຽດນາມໃນຫຼາຍຂົງເຂດ - ảnh 1
ທ່ານນາງ Marie Louise Preca ຕ້ອນ​ຮັບ ທ່ານ ກາວຈີງ​ທຽດ
(ພາບ: vietnam+)

(Vovworld) – ໃນ​ວັນ​ທີ 10 ມີ​ນາ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ​ສ ຫວຽດ​ນາມ ປະ​ຈຳ ສະ​ທາ​ລະ​ນະລັດ ອີ​ຕາ​ລີ, ທັງ​ຮັບ​ຜິດ​ຊອບກ່ຽວ​ກັບສາ​ທາ​ລະ​ນະ​ລັດ Malta ທ່ານ ກາວຈີງ​ທຽດ ຍື່ນ​ສານມອບ​​ພາ​ລະ ໃຫ້ປະ​ທາ​ນາ​ທິ​ບໍ​ດີ Malta, ທ່ານນາງ Marie Louise Preca ​ທີ່ນະ​ຄອນ Valetta (Malta). ໃນ​ການ​ຕ້ອນ​ຮັບ​ ພາຍຫຼັງ​ ພິ​ທີ​ຍື່ນ​ສານມອບ​​ພາ​ລະ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກາວຈີງ​ທຽດ ໄດ້​ແຈ້ງ​​ໃຫ້ ທ່ານ ປະ​ທາ​ນາ​ທິ​ບໍ​ດີ ນາງ Marie Louise Preca ຊາບບັນ​ດາ​ຜົນ​ງານ​ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ແລະ ການ​ເຊື່ອມ​ໂຍງ​ສາ​ກົນ ທີ່​ຫວຽດ​ນາມ​ ​ບັນ​ລຸໄດ້ໃນ​​ໄລ​ຍະເວ​ລາ​ອັນ​ໃກ້ນີ້, ກໍ່​ຄື​ເປົ້າ​ໝາຍ ແລະ ຍຸດ​ທະ​ສາດ​ ການ​ພັດ​ທະ​ນາ​ປະ​ເທດ​ຊາດ ໃນ​ໄລ​ຍະ​ທີ່​ຈະມາ​ເຖີງ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກາວຈີງ​ທຽດ ສະ​ເໜີ​ ລັດ​ຖະ​ບານ Malta ຊ່ວຍ​ໜູນ​ສະ​ໜອງທຶນ​ສຶກ​ສາ​ໃຫ້​ນັກ​ສອກ​ສາ ຫວຽດ​ນາມ ຢູ່ Malta, ສ້າງ​ປະ​ຖົມ​ປັດ​ໃຈ​ກ່ຽວ​ກັບ​ຊັບ​ພະ​ຍາ​ກອນ​ມະ​ນຸດ ເມື່ອ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ການ​ຄ້າ​ໃນ​ອະ​ນາ​ຄົດ. ຄຽງ​ຄູ່​ກັນ​ນັ້ນ,  ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກາວຈີງ​ທຽດ ຍັງ​ຖືວ່າ: ສອງ​ປະ​ເທດ​ຈຳ​ເປັນ​ຕ້ອງ​ຊຸກ​ຍູ້, ແລກ​ປ່ຽນ ຄະ​ນະ​ການ​ນຳ​ຂັ້ນ​ສູງ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.

        ສ່ວນ​ ທ່ານ ປະ​ທາ​ນາ​ທິ​ບໍ​ດີ ນາງ Marie Louise Preca ຢັ້ງ​ຢືນ​ວ່າ: ​ບັນ​ດາ​ອົງ​ການ​​ກ່ຽວ​ຂ້ອງຂອງສາ​ທາ​ລະ​ນະ​ລັດ Malta ຈະ​ຊ່ວຍ​ໜູນ​ຈົນ​ສຸດ​ຄວາມ​ສາ​ມາດ ເພື່ອ​ໃຫ້ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກາວຈີງ​ທຽດ ສາ​ມາດ​ປະ​ຕິ​ບັດ​ສຳ​ເລັດ ​ບັນ​ດາ​ແຜນ​ການ​ຮ່ວມ​ມື​ສອງ​ຝ່າຍ​ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ