NATO ຮຽກຮ້ອງໃຫ້ຕາລີບານຫຼຸດຜ່ອນການໃຊ້ຄວາມຮຸນແຮງເພື່ອຊອກຫາສັນຕິພາບ
(VOVWORLD) -ວັນທີ 24 ເມສາ, ອົງການສົນທິສັນຍາອັດລັງຕິກເໜືອ(NATO) ໂດຍອາເມລິການຳໜ້າໄດ້ຮຽກຮ້ອງໃຫ້ກຳລັງຕາລີບານຢູ່ອັບການິດສະຖານຫຼຸດຜ່ອນການໃຊ້ຄວາມຮຸນແຮງແລະເຂົ້າຮ່ວມການເຈລະຈາໂດຍສັນຕິວິທີ, ພ້ອມທັງຖືວ່າເລື່ອງປ່ອຍນັກໂທດກໍ່ຕ້ອງໄດ້ຮັບການຍູ້ໄວ.
ໃນຖະແຫຼງການກ່ຽວກັບຄວາມມານະພະຍາຍາມສ້າງສັນຕິພາບ, ບັນດາເອກອັກຄະລັດຖະທູດສຳພັນທະມິດໃນສະພາອັດລັງຕິກເໜືອ ຂອງ NATO ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງກ່ຽວກັບລະດັບການໃຊ້ຄວາມຮຸນແຮງໃນປັດຈຸບັນ ໂດຍຕາລີບານກໍ່ຂຶ້ນແມ່ນບໍ່ສາມາດຍອມຮັບໄດ້. NATO ໄດ້ສະແດງຄວາມຊົມເຊີຍຕໍ່ການສ້າງກຸ່ມເຈລະຈາລວມມີ ພາກສ່ວນຕ່າງໆເພື່ອເປັນຕົວແທນໃຫ້ແກ່ປະເທດສາທາລະນະລັດອິດສະລາມອັບການິດສະຖານ. NATO ກໍ່ຮຽກຮ້ອງໃຫ້ຕາລີບານເຂົ້າຮ່ວມການເຈລະຈາກັບກຸ່ມນີ້ໃນທັນທີ, ນີ້ໄດ້ຖືວ່າແມ່ນປັດໄຈຕັດສິນຊີ້ຂາດຂອງຂໍ້ຕົກລົງລະຫວ່າງອາເມລິກາແລະຕາລີບານ.