NATOປາດຖະໜາຢາກເປີດການເຈລະຈາກັບລັດເຊຍຢ່າງເປັນທາງການຄືນໃໝ່

NATOປາດຖະໜາຢາກເປີດການເຈລະຈາກັບລັດເຊຍຢ່າງເປັນທາງການຄືນໃໝ່ - ảnh 1
ທ່ານ Jens Stoltenberg ​ເລຂາ​ທິການ​ໃຫຍ່​
ອົງການສົນທິສັນຍາ​ອັດ​ລັງ​ຕິ​ກ​ເໜືອ
(ພາບ: Reuters )

(vovworld) – ​ ວັນ​ທີ 28/01 ທ່ານ Jens Stoltenberg ​ເລຂາ​ທິການ​ໃຫຍ່​ອົງການສົນທິສັນຍາ​ອັດ​ລັງ​ຕິ​ກ​ເໜືອ (NATO) ຢັ້ງຢືນ​ວ່າ: ສຳພັນທະ​ມິດ​ນີ້ ພວມ​ປຶກສາ​ຫາລື​ເລື່ອງ ​ເປີດ​ການ​ເຈ​ລະ​ຈາ​​ກັບ​ ລັດ​ເຊຍ ຢ່າງ​ເປັນ​ທາງ​ການຄືນ​ໃໝ່ ພາຍຫລັງ​ການ​ພົວພັນ​ລະຫວ່າງ 2 ຝ່າຍ​ຖື​ກ “ຢຸດ​ສະ​ງັກ” ພາຍຫລັງ​ວິ​ກິດ​ການ​ຢູ່​ທາງຕາ​ເວັນ​ອອກ ຢູ​ແກຼນ ​ເກີດ​ຂຶ້ນ​ໃນ​ເມື່ອ​​ເດືອນ 4/2014. ທ່ານ​ເລຂາທິການ​ໃຫຍ່ NATO Stoltenberg ​ເນັ້ນ​ໜັກ​ວ່າ: ສຳພັນທະ​ມິດ​ການທະຫານ​ນີ້ ​ແລະ ລັດ​ເຊຍ ຕ້ອງ​ມີ​ຄວາມ​ກະຈ່າງ​ແຈ້ງ ​ເພື່ອ​ຫລີ​ກລ້ຽງການ​ເຂົ້າ​ໃຈ​ຜິດ ແລະ ​ເກີດຄວາມ​ຫຍຸ້ງ​ເຫຍືອງຄື​ເຫດ​ກອງທັບ​ອາກາດ ຕວກກີ (ສະມາຊິກ​ຫລັກ​ແຫ​ລ່ງຂອງ NATO) ຍິງ​​ເຮືອບິນທະ​ຫານ​ຂອງ ລັດ​ເຊຍ ຕົກ​ຢູ່​ເຂດ​ຊາຍ​ແດນ ຊີຣີ ​ເມື່ອ​ເດືອນ 11 ປີ 2015. ຕາມ​ທ່ານ Stoltenberg ​ແລ້ວ, NATO ພວມຊັ່ງຊາ​ກຳ​ລະ​ນີ​ຈັດ​ຕັ້ງ​ການ​ພົບ​ປະ​ຂັ້ນ​ສະພາ ລັດ​ເຊຍ - NATO.

       

ຂ່າວ/ບົດ​ອື່ນ