Nikkei Asia ຕີລາຄາ ຫວຽດນາມ ແມ່ນປະເທດອາຊີຕາເວັນອອກສ່ຽງໃຕ້ໜຶ່ງດຽວ ທີ່ມີເສດຖະກິດປະສົບຜົນສຳເລັດໃນຍຸກໂຄວິດ

(VOVWORLD) - ວັນທີ 19 ພະຈິກ, ໜັງສືພິມ Nikkei Asia ມີບົດຂຽນໂດຍຕີລາຄາວ່າ ຫວຽດນາມ ພວມກາຍເປັນປະເທດໜຶ່ງດຽວຂອງອາຊີຕາເວັນອອກສ່ຽງໃຕ້ທີ່ມີເສດຖະກິດປະສົບຜົນສຳເລັດໃນ “ສັງກາດ” ໂລກລະບາດໂຄວິດ-19, ເມື່ອຮັກສາລະດັບການເຕີບໂຕເປັນບວກ, ໃນຂະນະທີ່ບັນດາພື້ນຖານເສດຖະກິດອື່ນພວມປະສົບກັບຄວາມຫຍຸ້ງຍາກເພື່ອຟື້ນຟູ.
Nikkei Asia ຕີລາຄາ ຫວຽດນາມ ແມ່ນປະເທດອາຊີຕາເວັນອອກສ່ຽງໃຕ້ໜຶ່ງດຽວ ທີ່ມີເສດຖະກິດປະສົບຜົນສຳເລັດໃນຍຸກໂຄວິດ - ảnh 1ພາບ: vietnamplus.vn

        ຕາມບົດຂຽນແລ້ວ, ໃນໄຕມາດ 3 ປີ 2020, ຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງ ຫວຽດນາມ ໄດ້ເພີ່ມຂຶ້ນ 2,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ນີ້ແມ່ນໄຕມາດທີ 2 ຢ່າງລຽນຕິດ ທີ່ພື້ນຖານເສດຖະກິດນີ້ເຕີບໂຕ ໂດຍບໍ່ຫົວຊາຕໍ່ສະພາບໂລກລະບາດ. ກອງທຶນເງິນຕາສາກົນ (IMF) ໃຫ້ຂໍ້ສັງເກດວ່າ ປີນີ້ ຫວຽດນາມ ຈະບືນຕົວຂຶ້ນຢູ່ອັນດັບທີ 4 ໃນ ອາຊຽນ ກ່ຽວກັບຂອບຂະໜາດ GDP, ລື່ນກາຍ ສິງກະໂປ ແລະ ມາເລເຊຍ, ຫຍໍ້ໄລຍະຫ່າງກັບ ຟີລິບປີນ ລົງ.

        ກົງກັນຂ້າມກັບບັນດາພື້ນຖານເສດຖະກິດ ອາຊຽນ ອື່ນ, ຫວຽດນາມ ໄດ້ປະສົບຜົນສຳເລັດໃນການຄວບຄຸມໂລກລະບາດໂຄວິດ-19. ການເພີ່ມຂຶ້ນກ່ຽວກັບການສົ່ງອອກ ໄດ້ຊ່ວຍຊຸກຍູ້ການເຕີບໂຕເສດຖະກິດຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ