OIC ຈັດກອງປະຊຸມວິສາມັນ ກ່ຽວກັບວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ

(VOVWORLD) - ອົງການຮ່ວມມືອິດສະລາມ (OIC) ໄດ້ຮຽກໂຮມກອງປະຊຸມວິສາມັນ ໃນວັນທີ 15 ກັນຍາ ເພື່ອປຶກສາຫາລືກ່ຽວກັບເຈດຕະນາຂອງ ອິດສະຣາແອັນ ຢາກໂຮມບັນດາເຂດຢູ່ຝັ່ງຕາເວັນຕົກເຂົ້າກັນ. 

       ໃນຖະແຫຼງການທີ່ໄດ້ຍົກອອກມາໃນວັນທີ 14 ກັນຍາ, ກະຊວງການຕ່າງປະເທດ ຕວັກກີ ຊີ້ແຈ້ງວ່າ OIC ໄດ້ໂຮມປະຊຸມ ຢູ່ Jeddah, ປະເທດ ອາຣັບບີ ຊະອຸດິ  ເພື່ອປຶກສາຫາລືກ່ຽວກັບບັນດາຄໍາຖະແຫຼງການຂອງທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ກ່ຽວກັບເຈດຕະນາຢາກໂຮມຮ່ອມພູ ຈໍແດນ ແລະ ບັນດາເຂດຕັ້ງຖິ່ນຖານຄົງທີີ່ຢ່າງຜິດກົດໝາຍ ຢູ່ຝັ່ງຕາເວັນຕົກ ເຂົ້າດິນແດນປະເທດຂອງຊາວຢິວນີ້.

        ບັນດາປະເທດ ຕາເວັນອອກກາງ ແລະ ບັນດາປະເທດມະຫາອໍານາດ ເອີຣົບ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບແຜນການດັ່ງກ່າວ, ໃນຂະນະນັ້ນ, ລັດຖະມົນຕີບັນດາປະເທດ ອາຣັບ ໄດ້ກ່່າວປະນາມແຜນການດັ່ງກ່າວ ແລະ ຖືວ່າ ນີ້ແມ່ນການກະທໍາ “ເກາະຜິດ”, ດັບມອດທຸກກາລະໂອກາດທີ່ດີ ເພື່ອບັນລຸມາດຕະການສ້າງສັນຕິພາບກັບຊາວ ປາແລັດສະຕີນ.


ຕອບກັບ

ຂ່າວ/ບົດ​ອື່ນ