OPEC ມີຄວາມຫວັງໃຫ້ລາຄານ້ຳມັນກັບຄືນສູ່ປົກກະຕິໂດຍໄວ

(VOVWORLD) - ພາຍຫຼັງທີ່ຂໍ້ຕົກລົງກ່ຽວກັບການຫລຸດຜ່ອນປະລິມານບັນລຸໄດ້ໃນຕົ້ນເດືອນນີ້ເລີ່ມມີຜົນບັງຄັບໃຊ້

ວັນທີ 23 ທັນວາ, ວົງການເຈົ້າໜ້າທີ່ບັນດາປະເທດສະມາຊິກອົງການບັນດາປະເທດສົ່ງອອກນ້ຳມັນ (OPEC) ໄດ້ສະແດງຄວາມຫວັງວ່າ ລາຄານ້ຳມັນໂລກຈະບໍ່ຖືກຫລຸດລົງ ແລະ ເລີ່ມສ້າງຄວາມດຸ່ນດ່ຽງໃນຕົ້ນປີ 2019, ພາຍຫຼັງທີ່ຂໍ້ຕົກລົງກ່ຽວກັບການຫລຸດຜ່ອນປະລິມານບັນລຸໄດ້ໃນຕົ້ນເດືອນນີ້ເລີ່ມມີຜົນບັງຄັບໃຊ້.

        ທ່ານ Suhail Al Mazrouei, ລັດຖະມົນຕີກະຊວງພະລັງງານປະເທດ ສະຫະລັດ ອາຣັບເອມີເລັດ ຖືວ່າ: ການຂາດດຸ່ນໃນທ້ອງຕະຫຼາດລາຄານ້ຳມັນໃນປະຈຸບັນບໍ່ຫຼາຍປານໃດເມື່ອທຽບໃສ່ປີ 2017 ແລະ ເຊື່ອໝັ້ນວ່າ ສະພາບການນີ້ອາດຈະຢຸດຕິລົງໃນ 1 – 2 ເດືອນຈະມາເຖິງ.

        ໃນຂະນະນັ້ນ, ທ່ານ Thamer Al Ghadhban, ລັດຖະມົນຕີກະຊວງນ້ຳມັນ ອີຣັກ ຢັ້ງຢືນວ່າ: ໄດ້ມີຄວາມເຫັນດີເຫັນພ້ອມລະຫວ່າງບັນດາປະເທດຜະລິດນ້ຳມັນທັງຢູ່ພາຍໃນ ແລະ ນອກ OPEC ກ່ຽວກັບການປະຕິບັດຂໍ້ຕົກລົງຫລຸດຜ່ອນປະລິມານນ້້ຳມັນຢ່າງເຂັ້ມງວດ ມຸ່ງໄປເຖິງການສ້າງລາຄານ້ຳມັນໃຫ້ເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ