OPEC ຮຽກຮ້ອງບັນດາປະເທດຂຸດຄົ້ນນ້ຳມັນເຂົ້າຮ່ວມການເຈລະຈາ

OPEC ຮຽກຮ້ອງບັນດາປະເທດຂຸດຄົ້ນນ້ຳມັນເຂົ້າຮ່ວມການເຈລະຈາ - ảnh 1
ການ​ນຳ OPEC ຈັດ​ກອງ​ປະ​ຊຸມ
ພາບ​ປະ​ກອບ:

(vovworl)- ວັນ​ທີ 31/8, OPEC ຊື່ງ​ແມ່ນ​ອົງ​ການ​ຂອງ​ບັນ​ດາ​ປະ​ເທດ​ສົ່ງ​ອອກ​ນ້ຳ​ມັນ ໄດ້​ຖະ​ແຫລງ​ພ້ອມ​ແລ້ວ ທີ່ດຳ​ເນີນ​ການ​ເຈ​ລະ​ຈາ​ກັບ​ບັນ​ດາ​ປະ​ເທດ​ຂຸດ​ຄົ້ນ​ນ້ຳ​ມັນ ​ທີ່ບໍ່​ຂຶ້ນ​ກັບ​ອົງ​ການນີ້ ເພື່ອ​ຮັກ​ສາ​ລາ​ຄາ​ນ້ຳ​ມັນ​ຢູ່​ໃນ​ທ້ອງ​ຕະ​ຫລາດ​ໃຫ້​ເປັນ​ປົກ​ກະ​ຕິ. ໃນ​ແຈ້ງ​ການ​ສະ​ບັບ​ຫນຶ່ງ, OPEC ຖື​ວ່າ ການ​ຮ່ວມ​ມື ແມ່ນ​ປັດ​ໄຈ​ຫລັກ​ແຫລ່ງ​ຕັດ​ສິນ​ຊີ້​ຂາດ​ອະ​ນາ​ຄົດ​ຂອງ​ຕະ​ຫລາດ​ນ້ຳ​ມັນ ສະ​ນັ້ນ ສິ່ງ​ສຳ​ຄັນ ນັ້​ນ​ແມ່ນ​ຕ້ອງ​ດຳ​ເນີນ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ທີ່​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ຕະ​ຫລາດນີ້.  ຕາມ OPEC ແລ້ວ, ປະ​ຈຸ​ບັນ ບໍ່​ສາ​ມາດ​ມີ​ມາດ​ຕະ​ການ​ຢ່າງວ່ອງ​ໄວ​ເພື່ອ​ແກ້​ໄຂ​ບັນ​ຫາ​ລາ​ຄາ​ນ້ຳ​ມັນ​ຫລຸດ​ລົງ ແຕ່​ວ່າ ຖ້າ​ຫາກ​ບັນ​ດາ​ປະ​ເທດ​ພ້ອມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ສຳ​ລັບ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ນ້ຳ​ມັນ​ ແງ່​ຫວັງ​ຈະ​ດີກວ່າ​ເມື່ອ​ທຽບ​ໃສ່​ສະ​ພາບ​ການ​ຜັນ​ແປ​​ໃນ 10 ເດືອ​ນ​ຜ່ານ​ມາ.

ຕອບກັບ

ຂ່າວ/ບົດ​ອື່ນ