OSCEຜັນຂະຫຍາຍເຮືອບິນບໍ່ມີຄົນຂັບຕິດຕາມກວດກາຄຳສັ່ງຢຸດຍິງຢູ່ຢູແກຼນ
ເຮືອບິນບໍ່ມີຄົນຂັບ
ພາບ:24h.com.vn
|
(vovworld)- ທ່ານ Didier Burkhalter, ປະທານາທິບໍດີ ສະວິດ, ທັງເປັນ ປະທານອົງການປ້ອງກັນຄວາມສະຫງົບ ແລະ ຮ່ວມມື ເອີລົບ (OSCE) ຖະແຫລງວ່າ: OSCE ຖືວ່າ ນີ້ແມ່ນສ່ວນຫນຶ່ງໃນບັນດາຄວາມມານະພະຍາຍາມ ເພື່ອເພີ່ມທະວີການຕິດຕາມກວດກາຄຳສັ່ງຢຸດຍິງຢູ່ ຢູແກຼນ ພ້ອມທັງຊ່ວຍ OSCE ຕີລາຄາບັນດາຄວາມຄືບຫນ້າໃນການເປີດກວ້າງຫນ້າທີ່ຕິດຕາມກວດການີ້. ຕາມທ່ານ Didier Burkhalter ແລ້ວ, ຄຳສັ່ງຢຸດຍິງ ລະຫວ່າງບັນດາຝ່າຍຢູ່ປະເທດ ເອີລົບຕາເວັນອອກນີ້ ແມ່ນກາລະໂອກາດແທ້ຈິງ ແລະ ຄວນມີໄລຍະເວລາ ເພື່ອເປີດການເຈລະຈາດ້ານການເມືອງ ກ່ອນທີ່ຈັດວາງບັນດາມາດຕະການລົງໂທດເພີ່ມເຕີມຂອງຝ່າຍຕາເວັນຕົກແນໃສ່ລັດເຊຍທີ່ກ່ຽວຂ້ອງເຖິງວິກິດການ ຢູແກຼນ .