Sam Rainsy ພວມໄປຝືນ ກັບການພົວພັນ ທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ກຳປູເຈຍ

Sam Rainsy ພວມໄປຝືນ ກັບການພົວພັນ ທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ກຳປູເຈຍ - ảnh 1
ທ່ານ Phay Siphan ​ໂຄສົກ​ຂອງ​ລັດຖະບານ ກຳປູ​ເຈຍ
ພາບ:internet

(vovworld)-“ຫວຽດນາມ​ແມ່ນ​ຫນຶ່ງ​ໃນ​ບັນດາ​ເພື່ອນ​ມິດ​ດີ​ທີ່​ສຸດ​ຂອງ​ກຳປູ​ເຈຍ. ຫວຽດນາມ ​ແລະ ກຳ​ປູ​ເຈຍ ບໍ່​ສາມາດກາຍ​ເປັນ​ສັດຕູ ຫາກ​ຍາມ​ໃດ​ກໍ​ແມ່ນ​ຄູ່​ຮ່ວມ​ມື​ໃນ​ການ​ຮັກສາ​ສັນ​ຕິ​ພາບ ພ້ອມ​ກັນ​ພັດທະນາ”. ສິ່ງ​ດັ່ງກ່າວ​ໂດຍ​​ແມ່ນ​ທ່ານ Phay Siphan ​ໂຄສົກ​ຂອງ​ລັດຖະບານ ກຳປູ​ເຈຍ ຍົກ​ອອກ​ມາ​ໃນ​ສະພາບ​ທີ່ການ​ນຳ​ຝ່າຍ​ຄ້ານ ພິ​ເສດ​ແມ່ນ Sam Rainsy, ປະທານ​ພັກ​ກູ້​ຊາດ ກຳປູ​ເຈຍ ມີ​ບົດ​ປາ​ໄສຢ່າງ​ລຽນຕິດ​ໂດຍ​ເສກ​ສັນ​ປັ້ນ​ແຕ່ງ ​ແລະ ​ແບ່ງ​ແຍກ​ສາຍ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ. ຕາມ​ທ່ານ Phay Siphan ​ແລ້ວ, ນັບ​ແຕ່​ເມື່ອ​ຫວຽດນາມ ຊ່ວຍ​ກຳປູ​ເຈຍ ຫລຸດ​ພົ້ນ​ອອກ​ຈາກ​ລະບອບ​ດັບ​ສູນ​ເມື່ອ​ປີ 1979 ມາ​ຮອດ​ປະຈຸ​ບັນ, ຍາມ​ໃດ​ຫວຽດນາມ ກໍ​​ແມ່ນ​ເພື່ອນ​ມິດ​ທີ່​ດີ, ​ແມ່ນ​ຄູ່​ຮ່ວມ​ມື​ຂອງ ກຳປູ​ເຈຍ ​ໃນ​ການ​ຮັກສາ​ສັນຕິພາບ, ພັດທະນາ​ປະ​ເທດ​ຊາດ. ​ເພາະ​ສະ​ນັ້ນ ບັນດາ​ຄຳ​ຖະ​ແຫລ​ງຂອງ Sam Rainsy ​​ແມ່ນ​ໄປ​ຝືນ​ກັບ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ. ທ່ານ Phay Siphan ກໍ​ຢືນຢັນ​ວ່າ: ບັນດາ​ຖ້ອຍ​ທຳນອງ​ການຈຳ​ແນ​ກ​​ເຊື້ອ​ຊາດ​​ຂອງ Sam Rainsy ​ແມ່ນ​ການລະ​ເມີດ​ກົດໝາຍ​ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ