TPP – 11 ມີຊື່ໃໝ່ແມ່ນສັນຍາຄູ່ຮ່ວມມືຮອບດ້ານແລະກ້າວໜ້າຂ້າມປາຊີຟິກ (CPTPP)

(VOVWORLD) -ຢູ່ນອກສັບປະດາຂັ້ນສູງ APEC 2017, ບັນດາລັດຖະມົນຕີຜູ້ຮັບຜິດຊອບເສດຖະກິດຂອງ 11 ປະເທດສະມາຊິກສັນຍາການຄ້າຂ້າມປາຊີຟິກ (TPP) ໄດ້ຈັດກອງປະຊຸມຢູ່ດ່ານັ້ງ ໃນລະຫວ່າງວັນທີ 08 – 10 ພະຈິກ, ເພື່ອປຶກສາຫາລືເລື່ອງນຳສັນຍາ TPP ເຂົ້າປະຕິບັດໃນສະພາບການໃໝ່ໂດຍໄວ.

TPP – 11 ມີຊື່ໃໝ່ແມ່ນສັນຍາຄູ່ຮ່ວມມືຮອບດ້ານແລະກ້າວໜ້າຂ້າມປາຊີຟິກ (CPTPP) - ảnh 1 TPP – 11 ມີຊື່ໃໝ່ແມ່ນສັນຍາຄູ່ຮ່ວມມືຮອບດ້ານແລະກ້າວໜ້າຂ້າມປາຊີຟິກ (CPTPP)

(ພາບ: AFP/TTXVN)

ບົນພື້ນຖານໝາກຜົນທີ່ໄດ້ແລກປ່ຽນລະຫວ່າງບັນດາປະເທດ ພາຍຫຼັງກອງປະຊຸມຂັ້ນລັດຖະມົນຕີບັນດາປະເທດ TPP ຢູ່ຮ່າໂນ້ຍ ທີ່ດຳເນີນເມື່ອເດືອນ ພຶດສະພາ 2017, ບັນດາລັດຖະມົນຕີໄດ້ເຫັນດີດ້ວຍຊື່ເອີ້ນໃໝ່ຂອງສັນຍາ TPP ລວມມີ 11 ປະເທດສະມາຊິກແມ່ນສັນຍາຄູ່ຮ່ວມມືຮອບດ້ານແລະກ້າວໜ້າຂ້າມປາຊີຟິກ (CPTPP), ພ້ອມທັງອອກຖະແຫຼງການຮ່ວມຢືນຢັນວ່າ ບັນດາປະເທດ TPP ໄດ້ເປັນເອກະພາບເຊິ່ງບັນດາບັນຫາຫຼັກແຫຼ່ງຂອງສັນຍາດັ່ງກ່າວຕາມທິດຮັກສາເນື້ອໃນຂອງສັນຍາ TPP ໄວ້ເໝືອນເດີມແຕ່ອະນຸຍາດໃຫ້ບັນດາປະເທດສະມາຊິກຢຸດຕິບາງພັນທະຊົ່ວຄາວ ເພື່ອຮັບປະກັນຄວາມດຸ່ນດ່ຽງໃນສະພາບການໃໝ່. ທີ່ການປະຊຸມຂ່າວໃນຕອນເຊົ້າວັນທີ 11 ພະຈິກ, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ເຈີ່ນຕ໋ວນເອງ ໃຫ້ຮູ້ວ່າ.

        “ໃນສະພາບການໃໝ່, ທຸກໆປະເທດລ້ວນແຕ່ຢືນຢັນຄວາມຕັດສິນໃຈຢ່າງຮອບດ້ານ, ຄົບຊຸດ, ຖືນັ້ນແມ່ນເປົ້າໝາຍລວມ ມີການຄິດໄລ່ເຖິງການຮັກສາບາງຂໍ້ມາດຕາ. ສັນຍາ CPTPP ບໍ່ພຽງແຕ່ແມ່ນມີຄວາມແຕກຕ່າງກ່ຽວກັບດ້ານຈຳນວນສະມາຊິກເທົ່ານັ້ນ, ຫາກຍັງແມ່ນການຢືນຢັນທັດສະນະເປີດປະຕູຕະຫຼາດອີກດ້ວຍ”.

        ບັນດາລັດຖະມົນຕີກໍ່ເຫັນດີໂດຍຖືວ່າ, ສັນຍາ CPTPP ແມ່ນສັນຍາຮັບປະກັນຄວາມດຸ່ນດ່ຽງຜົນປະໂຫຍດຂອງບັນດາປະເທດສະມາຊິກ, ໄດ້ມີການຄິດໄລ່ເຖິງລະດັບການພັດທະນາຂອງບັນດາປະເທດ. ອີງໃສ່ຖະແຫຼງການນີ້, ບັນດາລັດຖະມົນຕີ ໄດ້ມອບໝາຍໃຫ້ຫົວໜ້າຄະນະເຈລະຈາ ສືບຕໍ່ແກ້ໄຂບາງບັນຫາດ້ານເຕັກນິກ ເຊິ່ງປະຈຸບັນຍັງບໍ່ທັນບັນລຸໄດ້ຄວາມເຫັນດີເຫັນພ້ອມ ກໍຄືດຳເນີນການກວດກາດ້ານນິຕິທຳ ເພື່ອກະກຽມໃຫ້ແກ່ການລົງນາມ.

        ໝາກຜົນທີ່ບັນລຸໄດ້ຢູ່ດ່ານັ້ງ ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງ 11 ປະເທດ TPP ເພື່ອແນໃສ່ຊຸກຍູ້ການເຕີບໂຕດ້ານເສດຖະກິດ, ສ້າງວຽກເຮັດງານທຳ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ, ສ້າງຄວາມສະດວກໃຫ້ແກ່ການພັດທະນາດ້ານການຄ້າ ແລະ ເພີ່ມທະວີການຮ່ວມມືດ້ານເສດຖະກິດລະຫວ່າງບັນດາປະເທດໃນພາກພື້ນ. ຫວຽດນາມ ດ້ວຍບົດບາດເປັນປະເທດເຈົ້າພາບຊ່ວຍຍີ່ປຸ່ນ ເປັນປະທານຮ່ວມກອງປະຊຸມຂັ້ນລັດຖະມົນຕີ ໄດ້ມີບັນດາການປະກອບສ່ວນຢ່າງແທດຈິງ ແລະ ສ້າງຜົນສຳເລັດລວມຂອງກອງປະຊຸມ.

        ສັນຍາ  CPTPP ລວມມີ 11 ປະເທດຄື: ອົດສະຕາລີ, ບຣຸໄນ, ການາດາ, ຈີເລ, ຍີ່ປຸ່ນ, ມາເລເຊຍ, ເມັກຊີໂກ, ນິວຊີແລນ, ເປຣູ, ສິງກະໂປ ແລະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ