UNDPສຸມໃສ່ເຂົ້າໃນບັນດາບຸລິມະສິດພັດທະນາຢູ່ອາຊີ-ປາຊີຟິກ
ພາບປະກອບ
(vovworld) – ຜູ້ອຳນວຍການໃຫຍ່ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP), ທ່ານນາງ Helen Clark ໄດ້ມາຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 6 – 10/11 ເພື່ອເຮັດວຽກກັບບັນດາພະນັກງານ ສປຊ ແລະ ການນຳລັດຖະບານ ຫວຽດນາມ ກ່ຽວກັບບົດບາດຂອງ ສປຊ ຢູ່ ຫວຽດນາມ, ພ້ອມທັງຊຸກຍູ້ຄວາມຄືບໜ້າໃນການປະຕິບັດບັນດາຈຸດໝາຍພັດທະນາສະຫັດສະຫວັດ, ໜູນຊ່ວຍຍຸດທະສາດເຕີບໂຕຂຽວຢູ່ ຫວຽດນາມ... ຄາດວ່າ, ໃນຂອບເຂດການຢ້ຽມຢາມ, ທ່ານນາງ Helen Clark ມີການເຂົ້າຮ່ວມກອງປະຊຸມຂັ້ນສູງ ສປຊ ເພື່ອຕີລາຄາກ່ຽວກັບການໃຫ້ບຸລິມະສິດຂອງອົງການນີ້ຢູ່ພາກພື້ນ ອາຊີ - ປາຊີຟິກ. ບົນຖານະຕຳແໜ່ງແມ່ນປະທານຂອງກຸ່ມພັດທະນາ ສປຊ (UNDG), ທ່ານນາງ Helen Clark ຈະເຂົ້າຮ່ວມຂອງປະຊຸມ UNDG ອາຊີ - ປາຊີຟິກ ກັບບັນດາຜູ້ອຳນວຍການໃຫຍ່ພາກພື້ນ ອາຊີຂອງບັນດາອົງການ ສປຊ. ກອງປະຊຸມປຶກສາຫາລືຄວາມຄືບໜ້າໃນການປະຕິບັດຂໍ້ລິເລີ່ມເປັນເອກະພາບການເຄື່ອນໄຫວ, ໃນນັ້ນບັນດາອົງການ ສປຊ ຈະເຄື່ອນໄຫວເປັນເອກະພາບກັນ, ປຶກສາຫາລືກ່ຽວກັບໂຄງການດຳເນີນງານພັດທະນາຫຼັງປີ 2015 ແລະ ຮູບແບບລະດັບຄວາມຄີບໜ້າປະຕິບັດເພື່ອບັນລຸບັນດາຈຸດໝາຍສະຫັດສະຫວັດທົ່ວພາກພື້ນໃນປີ 2015. ໃນຂອບເຂດການຢ້ຽມຢາມ, ທ່ານນາງ Helen Clark ຍັງຈະເຂົ້າຮ່ວມກອງປະຊຸມກຸ່ມພາກພື້ນປະຈຳປີຂອງບັນດາຫົວໜ້າຜູ້ຕາງໜ້າ UNDP ໃນທົ່ວພາກພື້ນ, ຊຸກຍູ້ແຜນການຍຸດທະສາດ 2014 – 2017 ຂອງ UNDP ຢູ່ ອາຊີ - ປາຊີຟິກ