( ທ່ານນາງ Irina Bokova )
(vovworld) - ຜູ້ອຳນວຍການໃຫຍ່ UNESCO ທ່ານນາງ Irina Bokova ກ່າວເຕືອນວ່າ 50% ໃນຈຳນວນ 6700 ພາສາຢູ່ໃນໂລກ ອາດຈະຖືກສູນຫາຍໄປ ໃນທ້າຍສະຕະວັດນີ້. ທ່ານນາງ Irina Bokova ເນັ້ນໜັກວ່າ ກ່ຽວກັບ ທາງດ້ານທາດແທ້, ພາສາກໍ່ມີຄວາມສຳຄັນຄືຊີວະນາໆພັນ. ການຮັບປະກັນໃຫ້ ຊາວຊົນເຜົ່າສ່ວນໜ້ອຍໄດ້ຮຽນພາສາແມ່ນັບແຕ່ເວລາຍັງນ້ອຍຈະເປັນການ ເພີ່ມທະວີຄວາມຍຸຕິທຳ, UNESCO ໄດ້ສ້າງແຜນທີ່ເອເລັກໂຕນິກກ່ຽວກັບ ບັນດາພາສາຢູ່ໃນທົ່ວໂລກ, ໃນນັ້ນມີກວ່າ 2500 ພາສາ ແມ່ນມີໄພຈະສູນຫາຍໄປ. ຜູ້ອຳນວຍການໃຫຍ່ UNESCO ທ່ານນາງ Irina Bokova ຢືນຢັນວ່າ, ລັກສະນະຫຼາຍຮູບຫຼາຍແບບຂອງພາສາກໍ່ແມ່ນມໍລະດົກຂອງມວນມະນຸດ, ແຕ່ມັນພັດມີໄພຖືກສູນຫາຍໄປ, ເມື່ອພາສາຖືກສູນຫາຍໄປຈະເຮັດໃຫ້ລັກສະນະ ວັດທະນະທຳມະນຸດຖືກຫຼຸກລົງ, ບໍ່ຮັບປະກັນສິດໄດ້ຟັງ, ໄດ້ຮຽນ, ແລະ ໄດ້ຮັບຂ່າວຄາວຂອງມະນຸດ. ພາສາແມ່ນມະນຸດ ແລະ ການຮັກສາພາສາ ກໍ່ແມ່ນການປ້ອງກັນມະນຸດ.