(vovworld) - ລະບົບຫົດນ້ຳບູຮານ ອີຣານ, ພູຫີນ ຮວາຊານ ຢູ່ຈີນ, ມະຫາວິທະຍາໄລພຸດທະສາສະໜາ Nalanda ຢູ່ອິນເດຍ ແລະ ນະຄອນຫີນບູຮານ Nan Madol ຢູ່ Micronesia ແມ່ນເຂດທັດສະນີຍະພາບໃໝ່ 4 ແຫ່ງເຊິ່ງ ອົງການສຶກສາວິທະຍາສາດ ແລະ ວັດທະນະທຳສປຊ (UNESCO) ນຳເຂົ້າບັນຊີລາຍຊື່ມໍລະດົກໂລກ. ວັນທີ 15/07, ໃນກອງປະຊຸມຄັ້ງທີ 70 ຂອງ ຄະນະກຳມະການມໍລະດົກໂລກ ເຊິ່ງດຳເນີນຢູ່ Istanbul, ປະເທດຕວກກີ, ພາຍຫຼັງພິຈາລະນາສະເໜີນຳສະຖານທີ່ 29 ແຫ່ງເຂົ້າບັນຊີລາຍຊື່ມໍລະດົກໂລກ, ຄະນະກຳມະການມໍລະດົກໂລກ ໄດ້ເຫັນດີນຳເຂດທັດສະນີຍະພາບ 4 ແຫ່ງເຂົ້າບັນຊີລາຍຊື່ມໍລະດົກໂລກ.