UNESCOແລະອາຊຽນເຊັນຂໍ້ຕົກລົງຮ່ວມມືຢູ່ປາຣີ

UNESCOແລະອາຊຽນເຊັນຂໍ້ຕົກລົງຮ່ວມມືຢູ່ປາຣີ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິ​ງ ມີ​ການ​ຢ້ຽມຢາມ, ​ເຮັດ​ວຽກ​ກັບ​ຜູ້ອຳນວຍການ​ໃຫຍ່ UNESCO ທ່ານ​ນາງ Irina Bokova

(vovworld) – ວັນ​ທີ 17/12, ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິ​ງ ມີ​ການ​ຢ້ຽມຢາມ, ​ເຮັດ​ວຽກ​ກັບ​ຜູ້ອຳນວຍການ​ໃຫຍ່ UNESCO ທ່ານ​ນາງ Irina Bokova ​ແລະ ພ້ອມ​ກັນ​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​​ສຳຄັນ​ລະຫວ່າງ UNESCO ​ແລະ ອາ​ຊຽນ. ຂໍ້​ຕົກລົງ​ຮ່ວມ​ມື​ ອາ​ຊຽນ - UNESCO ​ເຫັນ​ດີ​ເປັນ​ເອກະສັນ​ຊຸກຍູ້​ລາຍການ​ຮ່ວມ​ມື​ໃນ 7 ຂົງ​ເຂດ. ກ່າວ​ຄຳ​ເຫັນ​ທີ່​ພິທີ​​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​​ທ່ານ​ນາງ​ຜູ້ອຳນວຍການ​ໃຫຍ່ UNESCO Irina Bokova ​ເວົ້າ​ວ່າ:

    “ຂໍ້​ຕົກລົງ​ຂອງ​ພວກ​ເຮົາ​​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ, ສຸມ​ໃສ່​ເຂົ້າ​ໃນ 7 ຂົ​ງ​ເຂດ​ບຸລິມະສິດ. ​ເລື່ອງ​ເຊັນ​ຂໍ້​ຕົກລົງ​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ ​ແລະ ກົງ​ກັບ​ຈຸດ​ເວລາ​ເຊິ່ງ ອາ​ຊຽນ ພວມ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ປະຊາ​ຄົມ​ວັດທະນະທຳ​ໃນ​ປີ 2015, ສ່ວນ UNESCO ພວ​ມສວມ​ບົດບາດ​ສຳຄັນ​ໃນ​ການ​ຊຸກ​ຍູ້​ຂົງ​ເຂດ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ໃນ​ໄລຍະ​ຫຼັງ​ປີ 2015 - ພາຍຫຼັງ​ບັນດາ​ຈຸດໝາຍ​ພັດທະນາ​ສະຫັດ​ສະຫວັດ. ຂໍ້​ຕົກລົງ​ຮ່ວມ​ມື​ UNESCO - ອາ​ຊຽນ ຈະ​ສ້າງ​ລັກສະນະ​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ກໍ່ສ້າງ​ປະຊາ​ຄົມ​​ເປັນ​​ເອກະ​ພາບ​.”

    ສ່ວນ​ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິ​ງ ​ເນັ້ນ​ໜັກ​ອີກ​ເທື່ອ​ໜຶ່ງ​ວ່າ: ຂໍ້​ຕົກລົງ​ຮ່ວມ​ມື​​ ອາ​ຊຽນ - UNESCO ມີ​ຄວາມ​ໝາຍສຳຄັນ​ໃນ​ສະພາບ​ບັນດາ​ປະ​ເທດ ອາ​ຊຽນ ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ການ​ພັດທະນາ​ວັດທະນາ​ຖາວອນ, ຕິດ​ພັນ, ຊຸກຍູ້​ການ​ດຳລົງ​ຊີວິດ​ໃຫ້​ແກ່​ປະຊາຊົນ​ໃນ​ກຸ່ມ. ທ່ານ​ເລຂາທິການ​ໃຫຍ່ ​ເລ​ເລືອ​ງມິ​ງ ຢັ້ງຢືນ​ວ່າ:

    “ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ພ້ອມ​ກັບ UNESCO ປຶກສາ​ຫາລື​ເລື່ອງ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​, ການ​ກະທຳ​ໂດລະອຽດ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ - UNESCO ຢ່າງ​ມີ​ປະສິດ​ທິຜົນ. ຕາມ​ຂໍ້​ຕົກລົງ​ນີ້, ອາ​ຊຽນ ​ແລະ UNESCO ອາດ​ຈະ​ນຳ​ໃຊ້​ບັນດາ​ແຫຼ່ງກຳລັງ​ລວມ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ, ​ໂຄງການ, ລາຍການ​ຮ່ວມ​ມື​ລວມ, ໜູນ​ຊ່ວນ​ໃຫ້ ອາ​ຊຽນ ສ້າງ​ປະຊາ​ຄົມ​ລວມ​ໃນ​ປີ 2015 ສຳ​ເລັດ​ຜົນ.”

ຂ່າວ/ບົດ​ອື່ນ