VASEPຟ້ອງຮ້ອງການຈັດວາງອັດຕາພາສີຕ້ານການຂາຍບຸບລາຄາກຸ້ງຫວຽດນາມຄັ້ງທີ8
ພາບປະກອບ:TTXVN
|
(vovworld)- ສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ (VASEP) ຕົກລົງສົ່ງໃບຟ້ອງຮ້ອງເຖິງສານການຄ້າສາກົນອາເມລິກາ(USTIC) ກ່ຽວກັບວິທີຊື່ງກະຊວງການຄ້າອາເມລິກາ (DOC) ໄດ້ຄິດໄລ່ ແລະ ຈັດວາງອັດຕາພາສີຕ້ານການຂາຍບຸບລາຄາກຸ້ງຫວຽດນາມ ທີ່ບໍ່ມີຄວາມຍຸຕິທຳ ແລະ ບໍ່ເໝາະສົມ. ທ່ານ ຫງວຽນຫືວຢູງ, ຮອງປະທານ VASEP ໃຫ້ຮູ້ວ່າ: ຜູ້ຕາງຫນ້າຂອງ 31/32 ວິສາຫະກິດຖືກຈັດວາງອັດຕາພາສີຕ້ານການຂາຍບຸບລາຄາກຸ້ງ ໄດ້ຈັດການປະຊຸມ ແລະ ທັງໝົດລ້ວນແຕ່ເຫັນດີຕໍ່ເລື່ອງຈະເປັນເອກະພາບຄັດຄ້ານຄຳຕັດສິນຂອງ DOC ແລະ ຈະຍື່ນສະເຫນີໃບຟ້ອງຮ້ອງເຖິງ ສານການຄ້າສາກົນອາເມລິກາ ຄັດຄ້ານຄວາມໄຮ້ເຫດຜົນຂອງ DOC ເມື່ອນຳໃຊ້ວິທີຄິດໄລ່ສະເພາະສຳລັບກຸ້ງຫວຽດນາມ. ນີ້ແມ່ນຂໍ້ຕົກລົງຊື່ງ VASEP ເຫັນວ່າ ໄຮ້ເຫດຜົນ ແລະ ຈຳເປັນຕ້ອງສົ່ງໃບຮ້ອງຟ້ອງຮຽກຮ້ອງ DOC ຕ້ອງມີການປ່ຽນແປງ, ດັດປັບໃຫ້ເໝາະສົມ.