(vovworld) - ຕອນເຊົ້າວັນທີ 17/2 ຢູ່ ຮ່າໂນ້ຍ, ຫ້ອງການ ການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ຈັດຕັ້ງກອງປະຊຸມສະຫລຸບວຽກງານ ແລະ ຜັນຂະຫຍາຍທິດທາງການເຄື່ອນໄຫວ ປີ 2012. ໃນປີ ຜ່ານມາ, VCCI ໄດ້ຜັນຂະຫຍາຍການເຄື່ອນໄຫວຫລາຍຢ່າງທີ່ມີປະສິດທິຜົນ ເພື່ອຊຸກຍູ້, ປົວແປງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ປະຕິຮູບລະບຽບການບໍລິຫານ ເພື່ອຊ່ວຍປະຊາຄົມວິສາຫະກິດພັດທະນາ. ບັນດາການເຄື່ອນໄຫວສົ່ງເສິມການຄ້າ ໄດ້ຮັບການຍູ້ແຮງ ໃນປີ 2011, VCCI ຈັດຕັ້ງລາຍການເຮັດວຽກໃຫ້ແກ່ 400 ຄະນະປະຕິບັດງານ ດ້ວຍນັກທຸລະກິດຕ່າງປະເທດ ມາຫວຽດນາມເກືອບ 18.000 ເທື່ອຄົນ ເພີ່ມຂຶ້ນ 20% ເມື່ອທຽບໃສ່ປີ 2010 ຊ່ວຍໃຫ້ບັນດາວິສາຫະກິດພາຍໃນປະເທດ ຊອກຫາໄດ້ກາລະໂອກາດການຮ່ວມມື, ການລົງທຶນ, ດຳເນີນທຸລະກິດ ຢູ່ ຕະຫລາດທີ່ມີຄວາມສາມາດບົ່ມຊ້ອນຫລາຍແຫ່ງຢູ່ໃນໂລກ. ບັນດາເວທີປາໄສນັກທຸລະກິດ, ສະພາດຳເນີນທຸລະກິດ ລະຫວ່າງ ຫວຽດນາມ ກັບບັນດາປະເທດ ໄດ້ຮັບການຮັກສາ ແລະ ພັດທະນາ. ສ້າງການພົວພັນຢ່າງກົມກຽວ ເປັນປົກກະຕິ ແລະ ກ້າວຫນ້າໃນວິສາຫະກິດ ຜ່ານການເຂົ້າຮ່ວມສ້າງກົດໝາຍກ່ຽວກັບແຮງງານ, ຫນູນຊ່ວຍສ້າງສະຫະສະມາຄົມນັກທຸລະກິດຢູ່ເຂດອຸດສາຫະກຳຫລາຍແຫ່ງ.
ທ່ານ ຮ່ວາງວັນຢູງ ຮອງປະທານ VCCI ໃຫ້ຮູ້ວ່າ: ໃນປີ 2012 VCCI ຍູ້ແຮງຫນ້າທ່ີຫນູນຊ່ວຍ, ຮ່ວມສຳພັນ ຍົກສູງກຳລັງຄວາມສາມາດການເຄື່ອນໄຫວຂອງບັນດາສະຫະສະມາຄົມນັກທຸລະກິດ, ຫນູນຊ່ວຍວິສາຫະກິດປະຕິບັດການສ້າງອົງປະກອບຄືນໃຫມ່, ບັນດາການເຄື່ອນໄຫວຂອງວິສາຫະກິດໃນການຜ່ານຜ່າຮົ້ວກີດຂວາງດ້ານການຄ້າ, ຍູ້ແຮງການສ່ົງອອກ, ຕ້ານການຂາຍບຸບລາຄາ. ທ່ານ ຢູງ ເວົ້າວ່າ:
“VCCI ຈະສືບຕໍ່ປົວແປງບັນດາການເຄື່ອນໄຫວຊຸກຍູ້ ການປົວແປງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ພິເສດ ແມ່ນສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ບັນດາທ້ອງຖິ່ນ ຜ່ານການເຄື່ອນໄຫວສ້າງ ແລະ ປະກອບຄຳເຫັນໃສ່ນະໂຍບາຍ. ຍົກສູງ ແລະ ຫັນບັນດາການສຳຫລວດການກະທຳຂອງວິສາຫະກິດເປັນປະຈຳ ເພື່ອສ້າງເຄື່ອງມືປຽບທຽບສຳຄັນໃຫ້ແກ່ລັດຖະບານ.”