Vinamilk ສືບຕໍ່ຖືກຈັດເຂົ້າ Top 100 ວິສາຫະກິດມີມູນຄ່າທີ່ສຸດອາຊຽນ
(ພາບປະກອບ)
(vovworld) - ວາລະສານ Nikkei Asian Review ຫາກໍປະກາດບັນຊີລາຍຊື່ 100 ບໍລິສັດມີມູນຄ່າທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນ ບໍລິສັດ Vinamilk ສືບຕໍ່ແມ່ນບໍລິສັດນ້ຳມົມໜຶ່ງດ່ຽວໃນຂະແໜງນ້ຳນົມຢູ່ຫວຽດນາມ ຖືກຈັດເຂົ້າ Top 100 ວິສາຫະກິດມີມູນຄ່າສູງທີ່ສຸດອາຊຽນ. ການຄັດເລືອກ Top ບໍລິສັດທີ່ມີມູນຄ່າທີ່ສຸດຢູ່ເຂດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ 100) ປີ 2015, ຫວຽດນາມ ມີ 5 ບໍລິສັດນັ້ນແມ່ນ, Vinamilk, PetroVietnam Gas, Vietcombank, Vingroup ແລະ FPT. ຫວ່າງແລ້ວນີ້, ຢູ່ມານີລາ, ປະເທດຟີລິບປີນ, Vinamilk ກໍໄດ້ຮັບການເຊີດຊູ ແລະ ມອບລາງວັນບໍລິສັດມີຄະແນນຄຸ້ມຄອງດີທີ່ສຸດຫວຽດນາມ ໃນພິທີມອບລາງວັນຄຸ້ມຄອງບໍລິສັດພາກພື້ນອາຊຽນ. Vinamilk ກໍແມ່ນເຄື່ອງໝາຍການຄ້ານຳໜ້າຂອງຫວຽດນາມ ໃນບັນຊີລາຍຊື່ 50 ເຄື່ອງໝາຍການຄ້າທີ່ມີມູນຄ່າຫຼາຍກວ່າໝູ່ຢູ່ຫວຽດນາມ, ໂດຍບໍລິສັດໃຫ້ຄຳປຶກສາກຳນົດລາຄາເຄື່ອງໝາຍການຄ້າ Brand Finance, ອັງກິດ ປະກາດເມື່ອຕົ້ນເດືອນ 10 ຜ່ານມາ.