Vingroup ອຸຸປະຖໍາ 6 ລ້ານ USD ໃຫ້ແກ່ 20 ໂຄງການວິທະຍາສາດເຕັກໂນໂລຢີ ທີ່ດີເລີດ

(VOVWORLD) -ຕອນບ່າຍວັນທີ 19 ສິງຫາ, ຢູ່ຮ່າໂນ້ຍ, ກອງທຶນປ່ຽນແປງໃໝ່ປະດິດຄິດສ້າງ Vingroup (VINIF), ຂຶ້ນກັບກຸ່ມບໍລິສັດ Vingroup ປະກາດ ອຸປະຖໍາປະມານ 6 ລ້ານ USD ໃຫ້ແກ່ 20 ໂຄງການວິທະຍາສາດ ແລະ ເຕັກໂນໂລຢີ.
Vingroup ອຸຸປະຖໍາ 6 ລ້ານ USD ໃຫ້ແກ່ 20 ໂຄງການວິທະຍາສາດເຕັກໂນໂລຢີ ທີ່ດີເລີດ  - ảnh 1 ພິທີລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການອຸປະຖໍາ (ພາບ: VOV)

 ນີ້ແມ່ນບັນດາໂຄງການດີເລີດ ນໍາມາເຊິ່ງຜົນປະໂຫຍດອັນແທດຈິງໃນບັນດາຂົງເຂດສໍາຄັນຄື Big Data, Gen, ຈຸລັງ... ໄປຄຽງຄູ່ກັນນັ້ນ, ກອງທຶນດັ່ງກ່າວ ກໍຈະໜູນຊ່ວຍບັນດາໂຄງການເຫຼົ່ານັ້ນດ້ວຍບັນດາແຫຼ່ງກໍາລັງອື່ນໆຄື ແນະນໍາ, ສະແໜອງນັກຊ່ຽວຊານເປັນທີ່ປຶກສາ, ສະໜອງຖານຂໍ້ມູນ ແລະ ຊັບສິນທາງປັນຍາຈາກ Vingroup ອີກດ້ວຍ. ທ່ານສາດສະດາຈານ ຫວູຮ່າວັນ, ຜູ້ອໍານວຍການກອງທຶນປ່ຽນແປງໃໝ່ປະດິດຄິດສ້າງ Vingroup ແບ່ງປັນວ່າ ກອງທຶນປາດຖະໜາຢາກສ້າງນັກວິທະຍາສາດລຸ້ນໜຸ່ມ, ປັນຍາຊົນໜຸ່ມ ເພື່ອພັດທະນາ Vingroup ແລະ ນໍາຫວຽດນາມ ກາຍເປັນປະເທດໃຫຍ່ໃນໂລກ.  

ຕອບກັບ

ຂ່າວ/ບົດ​ອື່ນ