( vovworld ) – ເພື່ອແນໃສ່ຊ່ວຍເຫຼືອວິທະຍຸກະຈາຍສຽງແຫ່ງຊາດລາວ ຮັບໃຊ້ກອງປະຊຸມ ASEM 9 ເປັນຢ່າງດີ ຊື່ງຈະດຳເນີນໃນເດືອນ 11 ປີນີ້ ແລະ ໃນສະເພາະໜ້າ ແມ່ນເພື່ອຕອບສະໜອງຄວາມຕ້ອງການດ້ານຂໍ້ມູນຂ່າວຂອງປະຊາຊົນລາວ ໃນໂອກາດບຸນປີໃໝ່ລາວ ໃນລະຫວ່າງວັນທີ 12-14/4 ທີ່ຈະມາເຖິງນີ້, ວິທະຍຸກະຈາຍສຽງຫວຽດນາມ ໄດ້ສົ່ງໜ່ວຍປະຕິບັດງານດ້ານເຕັກນິກໄປລາວ ເພື່ອຊ່ວຍລາວຟື້ນຟູ, ສ້ອມແປງສະຖານີກະຈາຍສຽງຕົ້ນຕໍ 2 ແຫ່ງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ. ທ່ານ ສີສະໝອນ ພົມມີໄຊ, ຜູ້ອຳນວຍການສູນເຕັກນິກກະຈາຍສຽງວິທະຍຸກະຈາຍສຽງແຫ່ງຊາດລາວ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າມີຄວາມພາກພູມໃຈ ຍ້ອນເຄື່ອງສົ່ງໄດ້ເຄື່ອນໄຫວເປັນປົກກະຕິແລ້ວ. ນອກຈາກນັ້ນແລ້ວ, ບັນດາເພື່ອນຫວຽດນາມ ຍັງຊ່ວຍພວກຂ້າພະເຈົ້າຊື້ບັນດາເຄືອ່ງອຸປະກອນ ເພື່ອຕິດຕັ້ງ ແລະ ສອ້ມແປງສຳເລັດ. ປະຈຸບັນ, ເຄື່ອງສົ່ງໄດ້ເຄື່ອນໄຫວດີແລ້ວ, ພວກຂ້າພະເຈົ້າຈະຮັບໃຊ້ປະຊາຊົນເປັນຢ່າງດີ ໃນໂອກາດບຸນປີໃໝ່ປະຈຳຊາດອັນໃກ້ໆນີ້“