VOVເພີ່ມທະວີການຮ່ວມມືກັບວິທະຍຸກະຈາຍສຽງ-ໂທລະພາບຢວຽນໜານ,ປະເທດຈີນ

VOVເພີ່ມທະວີການຮ່ວມມືກັບວິທະຍຸກະຈາຍສຽງ-ໂທລະພາບຢວຽນໜານ,ປະເທດຈີນ - ảnh 1
ຄະ​ນະ​ຜູ້​ແທນ VOV ຢູ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ - ໂທ​ລະ​ພາບ
ຢ​ວຽນ​ໜານ, ປະ​ເທດ ຈີນ

(vovworld) – ໃນ​ຂອບ​ເຂດ​ກາ​ນ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຈີນ, ຕອນ​ບ່າຍ​ວັນ​ທີ 19/4, ຄະ​ນະ​ຜູ້​ແທນ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໂດຍ​ທ່ານ​ຜູ້​ອຳ​ນ​ວຍ​ການ​ໃຫຍ່ ຫງວຽນ​ດັງ​ຕ໋ຽນ ນຳ​ໜ້າ ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ວິ​ທະ​ຍຸ​ກະ​ຈາຍ​ສຽງ - ໂທ​ລະ​ພາບ ຢ​ວຽນ​ໜານ, ປະ​ເທດ ຈີນ. ການ​ນຳ ວິ​ທະ​ຍຸ 2 ແຫ່ງຍຸ້​ແຮງ​ການ​ຮ່ວມ​ມື, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບັນ​ດາ​ຄະ​ນະ​ຜູ້​ແທນການ​ນຳ, ນັກ​ຂ່າວ, ບັນ​ນາ​ທິ​ການ, ແລກ​ປ່ຽນ​ບັນ​ດາ​ໂຄງ​ການ ແລະ ພ້ອມ​ກັນ​ຈັດ​ຕັ້ງ​ຜະ​ລິດ​ລາຍ​ການ.

        ເນື່ອງ​ໃນ​ໂອ​ກາດ​ກະ​ກຽມ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ວິ​ທະ​ຍຸ​ກະ​ຈ​າຍ​ສຽງ ຫວຽດ​ນາມ, ທ່ານ​ຜູ້​ອຳ​ນວຍ​ການ​ໃຫຍ່ ຫງວຽນ​ດັງ​ຕ໋ຽນ ຂໍ​ຂອບ​ອົກ​ຂອບ​ໃຈ​ວິ​ທະ​ຍຸ​ກະ​ຈາຍ​ສຽງ - ໂທ​ລະ​ພາບ ຢ​ວຽນ​ໜານ ໄດ້​ໜູນ​ຊ່ວຍ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໃນໄລ​ຍະ​ຕໍ່​ສູ້​ຕ້າ​ນ ອາ​ເມ​ລິ​ກາ, ພ້ອມ​ທັງ​ສະ​ເໜີ​ໃຫ້ ວິ​ທະ​ຍຸ​ກະ​ຈາຍ​ສຽງ - ໂທ​ລະ​ພາບ ຢ​ວຽນ​ໜານ ສືບຕໍ່​ໜູນ​ຊ່ວຍ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໃນ​ການ​ກໍ່​ສ້າງ​ຫໍ​ພິ​ພິດ​ທະ​ພັນ​ຂະ​ແໜງ​ກະ​ຈາຍ​ສຽງ ຫວຽດ​ນາມ.

                                            


ຂ່າວ/ບົດ​ອື່ນ