WHO ກ່າວເຕືອນຕ້ອງຕິດຕາມໄພແຜ່ລາມໄວຣັດໄຂ້ຫວັດສັດປີກ H7N9 ລະຫວ່າງຄົນສູ່ຄົນຢ່າງເຂັ້ມງວດ

WHO ກ່າວເຕືອນຕ້ອງຕິດຕາມໄພແຜ່ລາມໄວຣັດໄຂ້ຫວັດສັດປີກ H7N9 ລະຫວ່າງຄົນສູ່ຄົນຢ່າງເຂັ້ມງວດ - ảnh 1
ການ​ປ້ອງ​ກັນ, ຕ້ານ​ໄຂ້​ຫ​ວັດ​ສັດ​ປີກ A/H7N9 ຢູ່​ດ່ານ​ຊາຍ​ແດນສາ​ກົນ ແທ​ງ​ຖູຍ - ຮ່າ​ຢາງ 
(ພາບ: Minh Tâm - TTXVN)

(vovworld) – ພ້ອມ​ກັບ​ຄວາມ​ວິ​ຕົກ​ວັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ໄວ​ຣັດ​ໄຂ້​ຫວັດ​ສັດ​ປິກ H7N9 ຕິດ​​ຕໍ່ໃສ່​ຄົນ​ຢູ່ ຈີນ, ອົງ​ການ​ອະ​ນາ​ໄມ​ໂລ​ກ (WHO) ຢັ້ງ​ຢືນ​ວ່າ: ​ຍັງບໍ່​ທັນ​ມີ​ພະ​ຍານຫຼັກ​ຖານ​ໃດໆ​​ທີ່​ພິ​ສູດໃຫ້​ເຫັນ​ບັນ​ດາ​ປັດ​ໄຈ​ລະ​ບາດ​ວິ​ທະ​ຍາ​ໃນ​ກໍ​ລະ​ນີ​ຕິດ​ແປດ​ຄື: ອາ​ຍຸ, ເພດ, ຊີ​ວະ​ປະ​ຫ​ວັດ​ການ​ຕິດ​ແປດ ພວມ​ມີ​ການ​ປ່ຽນ​ແປງ. ເມື່ອ​ຕອບ​ສຳ​ພາດ​ຕໍ່​ວົງ​ການ​ນັກ​ຂ່າວ​ຜ່ານ​ທາງ​ໂທ​ລະ​ສັບ, ທ່ານ ແວງກີງ​​ຈາງ, ຫົວ​ໜ້າ​ອົງ​ການ WHO ຮັບ​ຜິດ​ຊອບ​​ພະ​ຍາດ​ໄຂ້​ຫວັດ​ທົ່ວ​ໂລກ​ໃຫ້​ຮູ້​ວ່າ: ​ຈີນ ພວມ​ຕ້ອງ​ປະ​ເຊ​ີນ​ໜ້າ​ກັນໄຂ້​ຫວັດສັດ​ປີກ H7N9 ຄັ້ງ​ທີ 5 ຢູ່​ໃນ​ຄົນ - ເຊິ່ງ​ເປັນ​ໄວ​ຣັດ​ອັນ​ຕະຫຼາຍ​, ​ຄັ້ງ​ທຳ​ອິດ​ທີ່​ໄດ້​ພົບ​ເຫັນ​ຢູ່​ໃນ​ຄົນ​​ແມ່ນ 2013. ມາ​ຮອດ​ປະ​ຈຸ​ບັນ, ມ​ີ 1/3 ຈຳ​ນວນ​ຜູ້​ຕິດ​​ເຊື້ອໄວ​ຣັດ​ດັ່ງ​ກ່າວໄດ້ເສຍ​ຊີ​ວິດ.


ຂ່າວ/ບົດ​ອື່ນ