WHO ຕີ​ລາ​ຄາ​ຄວາມ​ອາດສາ​ມາດຊົມ​ໃຊ້​ເຕັກ​ໂນ​ໂລ​ຢີ ແລະ ປ່ຽນ​ແປງ​ໃໝ່​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ

(VOVWORLD) -ການນຳອົງການອະນາໄມໂລກ (WHO), ອົງການຊັບສິນທາງປັນຍາຂອງໂລກ (WIPO) ແລະ ອົງການການຄ້າໂລກ (WTO) ໃນຫ່ວາງແລ້ວນີ້ໄດ້ປະກາດບົດຄົ້ນຄ້ວາອັບເດດການຕີລາຄາຄວາມອາດສາມາດຊົມໃຊ້ບັນດາເຕັກໂນໂລຢີ ແລະ ມີການປ່ຽນແປງໃໝ່ໃນຂົງເຂດສາທາລະນະສຸກ.
WHO ຕີ​ລາ​ຄາ​ຄວາມ​ອາດສາ​ມາດຊົມ​ໃຊ້​ເຕັກ​ໂນ​ໂລ​ຢີ ແລະ ປ່ຽນ​ແປງ​ໃໝ່​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ - ảnh 1ນັກເຕັກນິກເຮັດວຽກກັບລະບົບຜະລິດວັກຊິນຢູ່ບໍລິສັດSanof ປະເທດຝລັ່ງ (ພາບ: AFP/TTXVN) 

ບາງຈຸດໃໝ່ໃນບົດຄົ້ນຄ້ວາອັບເດດລວມມີ: ສຸມໃສ່ລົງເລິກໄຈ້ແຍກບັນດາປັດໄຈຫຼັກ ຕັດສິນຄວາມອາດສາມາດໃນການຊົມໃຊ້ເຕັກໂນໂລຢີ ແລະ ມີການປ່ຽນແປງໃໝ່ໃນຂົງເຂດສາທາລະນະສຸກ (ວັກຊິນ, ຢາ, ບົ່ງມະຕິພະຍາດ), ຍົກອອກບັນດາບົດຮຽນຕົວຈິງທີ່ຖອດຖອນມາໄດ້ຈາກວິວັດການສົມທົບກັນລະຫວ່າງ ສາທາລະນະສຸກປະຊາຄົມ, ຊັບສິນທາງປັນຍາ ແລະ ການຄ້າ. ນອກຈາກນັ້ນ, ບົດລາຍງານຍັງສະໜອງການສັງເກດລວມກ່ຽວກັບສະພາບການໂລກລະບາດ Covid – 19, ບັນດາມາດຕະການໄດ້ປະຕິບັດເພື່ອຮັບມືກັບໂລກລະບາດ Covid – 19.

ທ່ານ ຜູ້ອຳນວຍການໃຫຍ່ WHO ໄດ້ຮຽກຮ້ອງໃຫ້ຍົກເລີກບັນດາຮົ້ວກີດຂວາງ ການຊົມໃຊ້ບໍລິການສາທາລະນະສຸກ, ພ້ອມທັງເນັ້ນໜັກວ່າ ໂລກລະບາດ Covid – 19 ສະແດງໃຫ້ເຫັນຄວາມຈຳເປັນທີ່ຕ້ອງເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດເພື່ອສາມາດກູ້ເອົາຊີວິດ ແລະ ປ່ຽນແປງອາການສຸຂະພາບຂອງປະຊາຊົນນັບຕື້ຄົນໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ