WHO ຮຽກຮ້ອງ​​ໃຫ້ຢຸດ​ຕິ​ສະພາບ​ການ “ລັດທິ​ຊາດ​ນິຍົມ​ວັກ​ຊິ​ນ”

(VOVWORLD) -ຫຼາຍປະເທດພວມຖືຜົນປະໂຫຍດຂອງຕົນຢູ່ເໜືອກວ່າບັນດາປະເທດອື່ນ ແລະ ສິ່ງດັ່ງກ່າວພວມເຮັດໃຫ້ວິກິດການດ້ານສາທາລະນະສຸກໃນປັດຈຸບັນໂດຍໂລກລະບາດໂຄວິດ - 19 ກໍ່ຂຶ້ນ ຍິ່ງຊົ່ວຮ້າຍຫຼາຍກວ່າ.
WHO ຮຽກຮ້ອງ​​ໃຫ້ຢຸດ​ຕິ​ສະພາບ​ການ “ລັດທິ​ຊາດ​ນິຍົມ​ວັກ​ຊິ​ນ” - ảnh 1ສັກທົດລອງວັກຊິນກັນພະຍາດໂຄວິດ - 19 ຢູ່ ອາຟະລິກາໃຕ້ ໃນວັນທີ 14/07/2020 (ພາບ: AFP/ TTXVN)

        ເພື່ອແນໃສ່ຮັບປະກັນແຫຼ່ງສະໜອງ ວັກຊິນ ກັນພະຍາດໂຄວິດ - 19, ຫຼາຍປະເທດພວມຖືຜົນປະໂຫຍດຂອງຕົນຢູ່ເໜືອກວ່າບັນດາປະເທດອື່ນ ແລະ ສິ່ງດັ່ງກ່າວພວມເຮັດໃຫ້ວິກິດການດ້ານສາທາລະນະສຸກໃນປັດຈຸບັນໂດຍໂລກລະບາດໂຄວິດ - 19 ກໍ່ຂຶ້ນ ຍິ່ງຊົ່ວຮ້າຍຫຼາຍກວ່າ. ທ່ານຜູ້ອໍານວຍການໃຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus ໄດ້ຍົກອອກຂໍ້ສັງເກດດັ່ງກ່າວໃນວັນທີ 18 ສິງຫາ ເມື່ອເຕື້ອງເຖິງປະກົດການເຊິ່ງທ່ານເອີ້ນວ່າ “ລັດທິຊາດນິຍົມວັກຊິນ”.

        ທ່ານຜູ້ອໍານວຍການໃຫຍ່ອົງການ WHO ເນັ້ນໜັກວ່າ ມີການກະທໍາຢ່າງມີຍຸດທະສາດ ແລະ ໃນຂອບເຂດທົ່ວໂລກ ແມ່ນຜົນປະໂຫຍດຢ່າງແທ້ຈິງຂອງແຕ່ລະປະເທດ. ທ່ານໃຫ້ຮູ້ວ່າ ທ່ານໄດ້ຝາກຈົດໝາຍເຖິງບັນດາປະເທດສະມາຊິກ ຂອງ WHO ທັງໝົດ, ໃນນັ້ນ ສະເໜີໃຫ້ບັນດາປະເທດເຫຼົ່ານີ້ ເຂົ້າຮ່ວມໃນຄວາມມານະພະຍາຍາມຫຼາຍຝ່າຍ ກ່ຽວກັບການພັດທະນາວັກຊິນກັນພະຍາດໂຄວິດ - 19.


ຕອບກັບ

ຂ່າວ/ບົດ​ອື່ນ