Yemen ກະກຽມ ການເລືອກຕັ້ງ ປະທານາທິບໍດີ

Yemen ກະກຽມ     ການເລືອກຕັ້ງ ປະທານາທິບໍດີ - ảnh 1
ປະເທດ Yemen
(ພາບ: ອິນເຕີແນັດ)

( vovworld ) – ວັນ​ທີ 18/2, ກະຊວງ​ປ້ອງ​ກັນ​ປະ​ເທດ Yemen ​ໄດ້ຜັນ​ຂະຫຍາຍ​ຕຳຫຼວດ ​ແລະ​ ທະຫານ​ກ່ວາ 100.000 ຄົນ ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ຢູ່​ສະຖານ​ທີ່​ປ່ອນ​ບັດ 29.000 ​ແຫ່ງ​ໃນ​ທົ່ວ​ປະ​ເທດ, ກະກຽມ​ໃຫ້ການ​ເລືອກ​ຕັ້ງປະທານາທິບໍດີ ຊື່​ງຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 21/2 ທີ່​ຈະ​ມາ​ເຖິງ. ການ​ເລືອກ​ຕັ້ງຖືກ​ດຳ​ເນີນ​ໄປ​ບົນ​ພື້ນຖານ​ການ​ມອບ​ໂອນ​ສິດ​ອຳນາດ ​ໂດຍ​ບັນດາ​ປະ​ເທດ​ສະພາ​ຮ່ວມ​ມມື​ເຂດ​ອ່າວ​ເປີ​ເຊຍ ສະ​ເໜີ ​ແລະ​ ໄດ້ຮັບການ​ໜູນ​ຊ່ວຍ​ຈາກ​ສະຫະ​ປະຊາ​ຊາດ. ຄາດ​ວ່າ ການ​ເລືອກ​ຕັ້ງຈະ​ດຳ​ເນີນ​ໄປ​ພາຍ​ໃຕ້​ການ​ຕິດຕາມ​ກວດກາ​ຂອງ​ບັນດາ​ນັກ​ສັງ​ເກດ​ການ​ສາກົນ. ຕາມ​ຂໍ້​ຕົກລົ​ງແລ້ວ, ຮອງ​ປະທານາທິບໍດີ Abd-Rabu Mansour Hadi ຈະ​ແມ່ນ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງຜູ້​ດຽວ​ໃນ​ການ​ເລືອກ​ຕັ້ງ ​ເພື່ອ​ແນ​ໃສ່​ແທນ​ໃຫ້​ປະທານາທິບໍດີ Ali Abdulla Saleh. ​ໃນ​ຂະນະ​ນັ້ນ, ຢູ່​ພາກ​ເໜືອ ​ແລະ​ ບາງ​ນະຄອນ​ທາງ​ພາກ​ໃຕ້ Yemen, ປະຊາຊົນ​ນັບ​ພັນ​ຄົນ​ໄດ້​ຈັດການ​ແຫ່​ຂະ​ບວນປະ​ທ້ວງ ຮຽກຮ້ອງ​ໃຫ້​ປະຕິ​ເສດ​ການ​ເລືອກ​ຕັ້ງ ຍ້ອນ​ເຂົາ​ເຈົ້າຖື​ວ່າ ຂໍ້​ຕົກລົງ​ມອບ​ໂອນ​ສິດ​ອຳນາດ ​ບໍ່​ຕອບ​ສະໜອງ​ຄວາມ​ມຸ້ງ​ມາດ​ປາດ​ຖະໜາ​ຂອງ​ເຂົາ​ເຈົ້າ​ໄດ້.

 

ຂ່າວ/ບົດ​ອື່ນ