(vovworld) – ວັນທີ 03/03, ຮອບເຈລະຈາຄັ້ງທີ 7 ລະຫວ່າງກຸຍບາ ແລະ ສະຫະພາບເອີລົບ (ອີຢູ) ກ່ຽວກັບຂໍ້ຕົກລົງເຈລະຈາດ້ານການເມືອງ ແລະ ການຮ່ວມມື 2 ຝ່າຍ ເຊິ່ງເລີ່ມດຳເນີນຢູ່ນະຄອນຫຼວງ ລາຮາວານ. ເມື່ອຕອບສຳພາດຕໍ່ສື່ມວນຊົນພາຍໃນປະເທດກ່ອນການພົບປະ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແລະ ຫົວໜ້າຄະນະເຈລະຈາຝ່າຍກຸຍບາ Abelardo Moreno Fernandez ໃຫ້ຮູ້ວ່າ, ທັງ 2 ຝ່າຍລ້ວນແຕ່ລໍ້ຖ້າການປະຕິບັດບັນດາບາດກ້າວທີ່ມີຄວາມໝາຍໃນການປຶກສາຫາລືນີ້, ພ້ອມທັງສ້າງເງື່ອນໄຂເພື່ອໃຫ້ 2 ຝ່າຍສິ້ນສຸດວິວັດການເຈລະຈາໃນຮອບເຈລະຈາຄັ້ງທີ່ 7 ນີ້ສຳເລັດຜົນ. ທ່ານກໍໃຫ້ຂໍ້ສັງເກດວ່າ, ການຢ້ຽມຢາມຂອງທ່ານນາງ Federica Mogherini, ຜູ້ຕາງໜ້າຂັ້ນສູງອີຢູ, ຮັບຜິດຊອບນະໂຍບາຍພົວພັນຕ່າງປະເທດ ແລະ ຄວາມສະຫງົບປອດໄພຈະໄປເຖິງກຸຍບາ ໃນວັນທີ 10/03 ຈະມີຄວາມໝາຍສຳຄັນໃນສະພາບພັດທະນາການພົວພັນຂອງ 2 ຝ່າຍຄືໃນປະຈຸບັນ.
ສ່ວນທ່ານ Chistian Leffler, ຮອງເລຂາທິການໃຫຍ່ບັນດາບັນຫາເສດຖະກິດ ແລະ ທົ່ວໂລກຂອງອົງການພົວພັນຕ່າງປະເທດອີຢູ ແລະ ຫົວໜ້າຄະນະເຈລະຈາຂອງສະຫະພາບ ໄດ້ເຫັນດີກັບຂໍ້ສັງເກດດັ່ງກ່າວ ແລະ ຖືວ່າ, ຮອດເວລາແລ້ວທີ່ຈະຕ້ອງສິ້ນສຸດຂໍ້ຕົກລົງ ເຊິ່ງໄດ້ຮັບຖືກວ່າແມ່ນເອກກະສານກ່ຽວກັບການຫັນການພົວພັນເປັນປົກກະຕິ.