ກົດໝາຍວ່າດ້ວຍ ທີ່ດິນສະບັບ ປັບປຸງມີຈຸດໃໝ່ ຫຼາຍຢ່າງ


ກົດໝາຍວ່າດ້ວຍ ທີ່ດິນສະບັບ ປັບປຸງມີຈຸດໃໝ່ ຫຼາຍຢ່າງ - ảnh 1

(ພາບປະກອບ)

(vovworld)- ​ ​ ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງຫາ​ກໍ່​ໄດ້​ຮັບ​ການ​ຮັບຮອງ​ເອົາ ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ແມ່ນ​ກົດ​ໝາຍ​ສຳຄັນ, ມີ​ການ​ກະທົບ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ຕໍ່​ບັນດາ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ສັງຄົມ​ຂອງ​ປະ​ເທດ​ຊາດ. ການ​ນຳ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ ​ໄດ້​ຢັ້ງຢືນ​ຄື​ດັ່ງກ່າວ​ທີ່​ການ​ປະຊຸມ​ຂ່າວ​ທ້າຍ​ປີ 2013 ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 27/12 ຢູ່​ຮ່າ​ໂນ້ຍ. ການ​ນຳ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ ​ໃຫ້​ຮູ້​ວ່າ: ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງມີ 9 ​ເນື້ອ​ໃນ​ປ່ຽນ​ໃໝ່​ສຳຄັນ. ໜ້າ​ເອົາ​ໃຈ​ໃສ່​ແມ່ນກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ​ໄດ້​ກຳນົດ​ໂດຍ​ລະອຽດ​ກ່ວາ​ກ່ຽວ​ກັບ​ສິດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ລັດ, ການຮັບປະກັນທີ່​ມີ​ຕໍ່​ຜູ້ນຳ​ໃຊ້​ທີ່​ດິນ; ບັນດາ​ສິດ ​ແລະ ພັນທະຂອງຜູ້ນຳ​ໃຊ້​ທີ່​ດິນສອດຄ່ອງ​ກັບ​ແຕ່ລະ​ເປົ້າໝາຍ, ​ແຕ່ລະ​ຮູບ​ການ​ນຳ​ໃຊ້​ທີ່​ດິນ ​ແລະ ​ເງື່ອນ​ໄຂ​ເພື່ອ​ປະຕິບັດ​ບັນດາ​ສິດ​ຂອງ​ຜູ້ນຳ​ໃຊ້​ທີ່​ດິນ. ຕາມ​ທ່ານ​ຫງວຽນ​ມິ​ງກວາງ, ​ລັດຖະມົນຕີ ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ ​ແລ້ວ, ​ເລື່ອງ​ຍູ້​ແຮງ​ການ​ໂຄສະນາ, ​ເຜີຍ​ແຜ່ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ​ແມ່ນໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດ​ສຸມ​ຂອງ​ຂະ​ແໜງ ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ໃນ​ປີ 2014. ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ ມີ 14 ພາກ​, 212 ມາດຕາ, ​ເພີ່ມ 7 ພາກ ​ແລະ 66 ມາດຕາ​ເມື່ອ​ທຽບ​ກັບກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ປີ 2003. ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງມີ​ຜົນ​ບັງຄັບ​ໃຊ້​ນັບ​ແຕ່​ວັນ​ທີ 1/7/2014 ​ເປັນຕົ້ນ​ໄປ.

 

ຂ່າວ/ບົດ​ອື່ນ