ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍ ການຕ້ອນຮັບພົນລະເມືອງ ແລະ ຮ່າງກົດໝາຍວ່າດ້ວຍການປ້ອງກັນ ແລະ ກວດກາໂລກລະບາດສຳລັບພືດ
(vovworld) – ຕອນບ່າຍວັນທີ 31/5, ໃນຂອບເຂດກອງປະຊຸມສະໄໝສາມັກເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຕ້ອນຮັບພົນລະເມືອງ ແລະ ຮ່າງກົດໝາຍວ່າດ້ວຍການປ້ອງກັນ ແລະ ກວດກາໂລກລະບາດສຳລັບພືດ. ເມື່ອເຕື້ອງເຖິງຮ່າງກົດໝາຍວ່າດ້ວຍການຕ້ອນຮັບພົນລະເມືອງ, ບັນດາຄຳເຫັນໄດ້ສຸມໃສ່ໜ້າທີ່ຮັບຜິດຊອບຂອງຫົວໜ້າບັນດາອົງການຈັດຕັ້ງ, ຫົວໜ່ວຍໃນການຕ້ອນຮັບພົນລະເມືອງ, ເງື່ອນໄຂຮັບປະກັນການເຄື່ອນໄຫວຕ້ອນຮັບພົບລະເມືອງ, ສິດ ແລະ ໜ້າທີ່ຂອງຜູ້ມາສະເໜີ, ສ່ອງແສງຄຳເຫັນ. ສະມາຊິກສະພາແຫ່ງຊາດບາງທ່ານຖືວ່າ: ຮ່າງກົດໝາຍຕ້ອງກຳນົດໜ້າທີ່ຮັບຜິດຊອບຂອງອົງການຈັດຕັ້ງ, ສ່ວນບຸກຄົນໃນການຕ້ອນຮັບພົນລະເມືອງກ່ວາອີກ. ຮ່າງກົດໝາຍກໍ່ຕ້ອງກຳນົດສະຖານທີ່ຕ້ອນຮັບພົນລະເມືອງ ເຮັດແນວໃດເພື່ອສ້າງຄວາມສະດວກໃຫ້ແກ່ການຮັບເອົາຄຳເຫັນຂອງປະຊາຊົນ. ທ່ານນາງ ໂດ໋ທິຮ່ວາງ, ສະມາຊິກສະພາແຫ່ງຊາດ ແຂວງ ກ໋ວາງນິງ ໃຫ້ຄຳເຫັນວ່າ:
“
ຮ່າງກົດໝາຍມີຂໍ້ກຳນົດວ່າ ບັນດາອົງການຄຸ້ມຄອງຮັບຟັງ, ຮັບເອົາຄຳເຫັນປະກອບຂອງປະຊາຊົນ, ຫາກບໍ່ຮັບຜິດຊອບໜ້າທີ່ແກ້ໄຂ, ຖ້າຄືແນວນັ້ນຈຳເປັນຕ້ອງກຳນົດເປັນກົດໝາຍຫຼືບໍ. ຖ້າຫາກກຳນົດເປັນກົດໝາຍນັ້ນ, ຂອບເຂດຂອງມັນຕ້ອງກວ້າງກວ່າ ຄືແນວນັ້ນຈຶ່ງສາມາດສົ່ງເສີມປະຊາຊົນປະກອບສ່ວນເຂົ້າໃນການສ້າງສາປະເທດໄດ້. ຖ້າພຽງແຕ່ຕັ້ງບັນຫາຕ້ອນຮັບພົນລະເມືອງເພື່ອຮັບຟັງ ແລະ ຮັບເອົາຄຳເຫັນເທົ່ານັ້ນ ແມ່ນບໍ່ໄດ້ ຫາກຕ້ອງພິຈາລະນາກ່ຽວກັບການແກ້ໄຂບັນດາຄວາມເຫັນນັ້ນ. ຖ້າສະມາຊິກສະພາແຫ່ງຊາດບໍ່ມີສິດແກ້ໄຂ, ກໍ່ຕ້ອງພິຈາລະນາເລື່ອງແກ້ໄຂຂອງບັນດາອົງການມີສິດອຳນາດ ຫຼັງຈາກນັ້ນແຈ້ງຜົນຂອງການແກ້ໄຂເຖິງປະຊາຊົນ. ຮ່າງກົດໝາຍກຳນົດໜ້າທີ່ຕ້ອນຮັບພົນລະເມືອງຂອງຜູ້ເປັນຫົວໜ້າແມ່ນດີທີ່ສຸດ ແຕ່ຕ້ອງກຳນົດຢ່າງລະອຽດ ເພື່ອຫຼີກເວັ້ນສະພາບຜູ້ເປັນຫົວໜ້າຈະມອຍສິດຕ້ອນຮັບພົນລະເມືອງໃຫ້ຂັ້ນລຸ່ມຫຼາຍເທື່ອ“.
ເມື່ອເຕື້ອງເຖິງຮ່າງກົດໝາຍວ່າດ້ວຍການປົກປ້ອງ ແລະ ກວດກາໂລກລະບາດສຳລັບພືດ, ບາງຄຳເຫັນຖືວ່າ ກົດໝາຍຕ້ອງກຳນົດສິດປະກາດໂລກລະບາດຂອງບັນດາອົງການກ່ຽວຂ້ອງ ແລະ ເງື່ອນໄຂຈຳເປັນເພື່ອສາມາດປະກາດໂລກລະບາດຢ່າງຈະແຈ້ງ .
ສະພາແຫ່ງຊາດໄດ້ປຶກສາຫາລືບາງເນື້ອໃນຍັງມີ ຄຳເຫັນແຕກຕ່າງກັນ
(ພາບປະກອບ)
ກ່ອນໜ້ານັ້ນໃນຕອນເຊົ້າວັນດຽວກັນສະພາແຫ່ງຊາດໄດ້ປຶກສາຫາລືບາງເນື້ອໃນຍັງມີ ຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການໄກ່ເກ່ຍປອງດອງຢູ່ຂັ້ນຮາກຖານ. ທ່ານນາງ ເຈືອງທິມາຍ ຫົວຫນ້າກຳມາທິການກ່ຽວກັບບັນດາບັນຫາສັງຄົມຂອງສະພາແຫ່ງຊາດໄດ້ສະເຫນີບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດ ອະພິປາຍ, ຮັບເອົາຄຳເຫັນ, ປັບປຸງຮ່າງກົດໝາຍວ່າດ້ວຍການໄກ່ເກ່ຍປອງດອງຢູ່ຂັ້ນຮາກຖານ. ຮ່າງກົດໝາຍດັ່ງກ່າວລວມມີ 5 ພາກ, 33 ຂໍ້ມາດຕາ ໄດ້ຮັບເອົາຄຳເຫັນ, ປັບປຸງຕາມທິດບໍ່ດັດແກ້ບັນດາຮູບການໄກ່ເກຍປອງດອງທີ່ເໝາະສົມຂອງປະຊາຊົນຢູ່ຂັ້ນຮາກຖານ ຫາກສົ່ງເສີມບັນດາການເຄື່ອນໄຫວນີ້ ເພື່ອເສີມຂະຫຍາຍກຳລັງແຮງກໍຄືການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນມີອິດທິພົນຊື່ສຽງໃນວົງຄະນາຍາດກັບວຽກງານໄກ່ເກ່ຍປອງດອງຢູ່ຂັ້ນຮາກຖານ. ທີ່ວາລະປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດໄດ້ສະເຫນີວ່າ: ຮ່າງກົດໝາຍດ່ັ່ງກ່າວຄວນເອົາໃຈໃສ່, ເພີ່ມເຕີມບາງຂໍ້ກຳນົດ, ສ້າງກົນໄກເພື່ອມີການປະສານສົມທົບຢ່າງມີປະສິດທິຜົນລະຫວ່າງຫນ່ວຍໄກ່ເກ່ຍປອງດອງ, ນັກໄກ່ເກ່ຍປອງດອງກັບບັນດາຮູບການໄກ່ເກຍປອງດອງອື່ນໆຢູ່ເຂດຊຸມຊົນ.