ກົດໝາຍວ່າດ້ວຍຄວາມປອດໄພທາງເຄືອຂ່າຍອີນເຕີເນັດ ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດພັດທະນາ

(VOVWORLD) -ສຸມໃສ່ເນັ້ນໜັກເຖິງບົດບາດຂອງການສື່ສານໃນການພັດທະນາເສດຖະກິດດີຈີຕອນຂອງວິສາຫະກິດ, ປະສິດທິຜົນດ້ານເສດຖະກິດກໍຄືການແລກປ່ຽນບົດຮຽນ, ມາດຕະການຮັບປະກັນຄວາມປອດໄພທາງເຄືອຂ່າຍອີນເຕີເນັດຂອງບັນດາປະເທດພາຍໃນ ແລະ ນອກພາກພື້ນ

ກົດໝາຍວ່າດ້ວຍຄວາມປອດໄພທາງເຄືອຂ່າຍອີນເຕີເນັດ ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດພັດທະນາ - ảnh 1 ການໂອ້ລົມສົນທະນາ "ຮ່າງກົດໝາຍວ່າດ້ວຍຄວາມປອດໄພທາງເຄືອຂ່າຍອີນເຕີດເນັດ"

(ພາບ: quocte.vn)

ວັນທີ 08 ພຶດສະພາ, ຢູ່ຮ່າໂນ້ຍ, ສະມາຄົມການສື່ສານດີຈີຕອນຫວຽດນາມ ໄດ້ສົມທົບກັບສະຖາບັນຄົ້ນຄວ້ານະໂຍບາຍ ແລະ ພັດທະນາການສື່ສານ (IPS) ຈັດຕັ້ງການໂອ້ລົມສົນທະນາ “ຮ່າງກົດໝາຍວ່າດ້ວຍຄວາມປອດໄພທາງເຄືອຂ່າຍອີນເຕີດເນັດ: ບົດຮຽນສາກົນ ແລະ ການປະກອບຄຳຄິດເຫັນຂອງບັນດາຝ່າຍກ່ຽວຂ້ອງຢູ່ຫວຽດນາມ”. ການໂອ້ລົມສົນທະນາມີການເຂົ້າຮ່ວມຂອງບັນດາກະຊວງ, ຄະນະ, ຂະແໜງການ, ບັນດາອົງການຈັດຕັ້ງ, ນັກຊ່ຽວຊານ, ວິສາຫະກິດພາຍໃນ ແລະ ສາກົນ.

        ທີ່ການໂອ້ລົມສົນທະນາ, ບັນດານັກຊ່ຽວຊານໄດ້ປຶກສາຫາລື, ວິເຄາະວິໄຈ, ປະກອບຄຳຄິດເຫັນໃສ່ຮ່າງກົດໝາຍ ໃນນັ້ນ, ສຸມໃສ່ເນັ້ນໜັກເຖິງບົດບາດຂອງການສື່ສານໃນການພັດທະນາເສດຖະກິດດີຈີຕອນຂອງວິສາຫະກິດ, ປະສິດທິຜົນດ້ານເສດຖະກິດກໍຄືການແລກປ່ຽນບົດຮຽນ, ມາດຕະການຮັບປະກັນຄວາມປອດໄພທາງເຄືອຂ່າຍອີນເຕີເນັດຂອງບັນດາປະເທດພາຍໃນ ແລະ ນອກພາກພື້ນ.

        ໃນເດືອນພຶດສະພາ 2018, ຮ່າງກົດໝາຍວ່າດ້ວຍຄວາມປອດໄພທາງເຄືອຂ່າຍອີນເຕີເນັດຂອງຫວຽດນາມ ຄາດວ່າຈະຍື່ນສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາ ດ້ວຍຈຸດປະສົງສ້າງກອບນິຕິກຳຮັບປະກັນສະພາບແວດລ້ອມເຄືອຂ່າຍອີນເຕີເນັດທີ່ປອດໄພ, ສ້າງເງື່ອນໄຂສະດວກເພື່ອພັດທະນາເສດຖະກິດດີຈີຕອນ ແລະ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງການປະຕິວັດ 4.0.

ຕອບກັບ

ຂ່າວ/ບົດ​ອື່ນ