ກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ປີ 2013
(ພາບ: ອິນເຕີແນດ)
(vovworld) – ເລີ່ມແຕ່ວັນທີ 1/5, ກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ມີຜົນສັກສິດ. ຕາມນັ້ນແລ້ວ, ມີຫຼາຍຂໍ້ມາດຕາໄດ້ຮັບການ ປັບປຸງ, ເພີ່ມເຕີມ ຮັບປະກັນສິດຜົນປະໂຫຍດຂອງຄົນງານກວ່າ. ໂດຍ ລະອຽດແມ່ນ, ຄົນງານຍິງໄດ້ພັກຄອດລູກ 6 ເດືອນ, ກ່ອນນີ້ແມ່ນ 4 ເດືອນ. ວັນພັກການ, ວັນບຸນກໍ່ໄດ້ເພີ່ມຂຶ້ນ ຈາກ 9 ເຖິງ 10 ວັນ. ກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ຍັງກຳນົດເງິນເດືອນໃນໄລຍະເເຝິກງານຂອງຄົນງານຈາກ 70% ຄືໃນປະຈຸບັນຂຶ້ນ 85%. ກ່ຽວກັບເວລາໄດ້ພັກກິນເບ້ຍບຳນານຍັງກຳນົດ 60 ປີ ສຳລັບຜູ້ຊາຍ ແລະ 55 ປີສຳລັບຜູ້ຍິງ. ແຕ່ອີງໃສ່ສະພາບຕົວຈິງ, ຄົນງານສາມາດພັກກິນເບ້ຍບຳນານໃນອາຍຸຕຳ່ກວ່າ ຫຼືສູງກວ່າກຳນົດຂອງລັດຖະບານແຕ່ບໍ່ເກີນ 5 ປີ. ກ່ຽວກັບສິ່ງດັ່ງກ່າວ. ທ່ານນາງ ຟ້າມທິຫາຍຈ່ຽນ, ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ, ໃຫ້ຮູ້ວ່າ:
“ກ່ຽວກັບອາຍຸພັກກິນເບ້ຍບຳນານ, ໄດ້ມອບໃຫ້ລັດຖະບານຄົ້ນຄ້ວາ ກຳນົດບາງກໍລະນີພິເສດທີ່ສາມາດແກ່ຍາວອາຍຸພັກກິນເບ້ຍບຳນານ ເມື່ອທຽບໃສ່ກຳນົດຂອງກົດໝາຍ. ນັ້ນແມ່ນບັນດາຜູ້ຄຸ້ມຄອງ, ຜູ້ມີລະດັບຄວາມຮູ້ສູງ ແລະ ບາງກໍລະນີພິເສດ. ເປັນອັນວ່າສາມາດຕອບສະໜອງໄດ້ສ່ວນໃດສ່ວນໜຶ່ງການນຳໃຊ້ປັນຍາຂອງຜູ້ມີລະດັບຄວາມຮູ້, ທີສອງແມ່ນປະກອບສ່ວນແກ້ໄຂບັນດາບັນຫາກ່ຽວກັບຄວາມສະເໝີພາບລະຫວ່າງຍິງ ຊາຍ ແລະ ສ້າງເງື່ອນໄຂໃຫ້ເດັກນ້ອຍສືບຕໍ່ມີກາລະໂອກາດເພື່ອພັດທະນາ.“