ກຸ່ມ Houthi ຢູ່ ເຢເມນ ຍອມຮັບໄດ້ບຸກໂຈມຕີບັນດາຮາກຖານຂອງ ອາຣັບບິ ຊາອຸດິ
(VOVWORLD) - ເຢເມນໄດ້ຕົກເຂົ້າສູ່ສົງຄາມພາຍໃນປະເທດນັບແຕ່ເວລາພວກກະບົດ Houthi ບຸກໂຈມຕີຢຶດຄອງ ນະຄອນຫຼວງ Sanaa ເມື່ອທ້າຍປີ 2014 ແລະ ເຮັດໃຫ້ລັດຖະບານຂອງທ່ານປະທານາທິບໍດີ Mansour Hadi ຕ້ອງພັດຖິ່ນ.
ບັນດາມືປຶນ Houthi (ພາບ: AFP/TTXVN) |
ວັນທີ 29 ມີນາ ໂຄສົກຂອງກຳລັງກະບົດ Houthi ຢູ່ ເຢເມນ ໄດ້ຍອມຮັບວ່າ ກຳລັງນີ້ຍິງລູກຈະຫຼວດ ແລະ ນຳໃຊ້ເຮືອບິນບໍ່ມີຄົນຂັບບຸກໂຈມຕີບັນດາສະຖານທີ່ ສຳຄັນ ຢູ່ນະຄອນຫຼວງ Riyadh ກໍ່ຄືບັນດາຈຸດທີ່ຕັ້ງເສດຖະກິດ ແລະ ການທະຫານຢູ່ເຂດ Jazan ແລະ Asir ຂອງ ອາຣັບບິ ຊາອຸດິ, ໃກ້ກັບເຂດຊາຍແດນຂອງ ເຢເມນ. ການກະທຳປີນຂັ້ນໄດນີ້ໄປຝຶນກັບຖະແຫຼງການກ່ອນໜ້ານັ້ນ ຂອງ ກຸ່ມ Houthi ທີ່ຊົມເຊີຍຄຳສັ່ງຍຸດຍິງສະບັບໜຶ່ງ.