(ພາບປະກອບ: Reuters/TTXVN)
(vovworld) – ລັດເຊຍ ແລະ ຢູແກຼນ ຫາກໍ່ເຫັນດີເປັນເອກະສັນສ້າງຕັ້ງບັນດາເຂດປອດການທະຫານ ແລະ ປະຕິບັດບັນດາມາດຕະການປ້ອງກັນຄວາມສະຫງົບ ຢູ່ບັນດາເຂດເຊິ່ງປະຈຸບັນໂດຍກຳລັງທວງເອົາເອກະລາດຄວບຄຸມຢູ່ເຂດຕາເວັນອອກ ຢູແກຼນ. ແຕ່ເຖິງຢ່າງໃດກໍ່ຕາມ, ປະຈຸບັນ, 2 ຝ່າຍຍັງມີຄວາມບໍ່ລົງລອຍກັນບາງຢ່າງກ່ຽວກັບເລື່ອງຊຸກຍູ້ການປະຕິບັດການເລືອກຕັ້ງຂັ້ນທ້ອງຖິ່ນຢູ່ເຂດນີ້. ນີ້ແມ່ນໝາກຜົນຂອງການພົບປະໃນວັນທີ 11/5, ຢູ່ ແບກແລງ, ປະເທດ ເຢຍລະມັນ ລະຫວ່າງບັນດາສະມາຊິກກຸ່ມ 4 ຝ່າຍ Normandie (ເຊິ່ງລວມມີ: ເຢຍລະມັນ, ຝຣັ່ງ, ຢູແກຼນ ແລະ ລັດເຊຍ) ເພື່ອແກ້ໄຂວິກິດການຢູ່ ຢູແກຼນ. ກ່າວຄຳເຫັນພາຍຫຼັງການພົບປະຄັ້ງນີ້, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ເຢຍລະມັນ Frank – Walter Steinmeier ຖືວ່າ: ເລື່ອງແກ້ໄຂວິກິດການຢູ່ ຢູແກຼນ ພຽງບັນລຸໄດ້ບາດກ້າວໃຫຍ່ຖາ້ຫາກຂໍ້ຕົກລົງ Minsk ໄດ້ຮັບການປະຕິບັດຢ່າງຄົບຖ້ວນເພື່ອແນໃສ່ຊ່ວຍຮັກສາຄຳສັ່ງຢຸກຍິງຢູ່ພາກຕາເວັນອອກ ຢູແກຼນ.