ກົມການເມືອງເຮັດວຽກກັບບັນດາອົງຄະນະພັກຂຶ້ນກັບສູນກາງ

ກົມການເມືອງເຮັດວຽກກັບບັນດາອົງຄະນະພັກຂຶ້ນກັບສູນກາງ - ảnh 1
ກົມ​ການ​ເມືອງ​ເຮັດ​ວຽກ​ກັບ​ບັນດາ​ອົງຄະ​ນະ​ພັກ​ຂຶ້ນ​ກັບ​ສູນ​ກາງ

(vovworld) - ​ຫວ່າງ​ແລ້ວ​ນີ້, ຢູ່​ນະຄອນ ຮ່າ​ໂນ້ຍ,ກົມ​ການ​ເມືອງ​ສູນ​ກາງ​ພັກໄດ້​ເຮັດ​ວຽກ​​ໃນ​ອາທິດທຳ​ອິດ​ຂອງ​ໄລຍະ​ທີ 2 ກັບ​ຄະນະ​ປະຈຳຂອງ 21 ອົງຄະ​ນະ​ພັກຂຶ້ນກັບ​ສູນ​ກາງ, ລວມມີ ອົງຄະ​ນະ​ພັກ​ 20 ແຂວງ, ນະຄອນ ​ແລະ ອົງຄະ​ນະ​ພັກ​ກຸ່ມ​​ບັນດາ​ອົງການ​ສຳນັກງານ​ຂັ້ນສູນ​ກາງ ​ເພື່ອ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ບັນດາ​ເອກະສານ ​ແລະ ວິທີ​ການ​ດ້ານບຸກຄະລາ​ກອນ​ຄະນະ​ພັກ ກ່ອນ​ທີ່​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ໄລຍະ 2015 – 2020 ຕາມ​​ເນື້ອ​ໃນຈິດ​ໃຈ​ຄຳ​ສັ່ງ​ເລກທີ 36 ​ ລົງວັນ​ທີ 30/5/2014 ຂອງກົມ​ການ​ເມືອງ. ດັ່ງ​ນັ້ນ, ​ໄລ​ຮອດ​ວັນ​ທີ 22/8/2015, ກົມ​ການ​ເມືອງ ​ເຮັດ​ວຽກ​ກັບ 48/68 ອົງຄະ​ນະ​ພັກ​ຂຶ້ນ​ກັບ​ສູນ​ກາງ (ລວມມີ ອົງຄະ​ນະ​ພັກ​ທະຫານ, ອົງຄະ​ນະ​ພັກ​ກຸ່ມ​ວິ​ສາ​ຫະກິດ​ສູນ​ກາງ, ອົງຄະ​ນະ​ພັກ​ກຸ່ມ​ບັນດາ​ອົງການ​ສຳນັກງານ​ຂັ້ນສູນ​ກາງ ​ແລະ ອົງຄະ​ນະ​ພັກ 45 ​ແຂວງ, ນະຄອນ).

 

ຂ່າວ/ບົດ​ອື່ນ